ໃນຕອນບາຍຂອງວັນທີ 09 ກັນຍາ 2021 ຄະນະໂຄສະນາອົບຮົມແຂວງໄດ້ລົງຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວ ການຈັດຕັ້ງປາຖະຖະຖາວັນສ້າງຕັ້ງລັດທະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ແລະ ວຽກງານປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19,
ນຳໂດຍ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ມີບັນດາທ່ານໃນຄະນະປະຈໍາພັກເມືອງ, ຄະນະຮັບຜິດຊອບສະເພາະກິດຂັ້ນເມືອງໄຊບົວທອງເຂົ້າຮ່ວມ. ໃນກອງປະຊຸມແມ່ນໄດ້ຮັບຟັງການລາຍງານຫຍໍ້ຈາກຫົວໜ້າຄະນະຮັບຜິດຊອບສະເພາະກິດຂອງເມືອງ ເຖິງສະພາບການຈັດຕັ້ງປະຕິບັດວັນສ້າງຕັ້ງລັດທະທໍາມະນູນແຫ່ງຊາດ ຄົບຮອບ 30 ປີ ແລະ ວັນສ້າງຕັ້ງແນວລາວສ້າງຊາດ, ວັນປະກາດເອກະລາດ ປີ 1945 ຢູ່ຂັ້ນເມືອງ ແລະ ຂັ້ນຮາກຖານບ້ານແມ່ນຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ເນື່ອງຈາກມີການແຜ່ລະບາດ ຂອງພະຍາດໂຄວິດ-19, ຕໍ່ມາໄດ້ຮັບຟັງການລາຍງານຜົນການຈັດຕັ້ງຜັນຂະຫາຍເຊື່ອມຊຶມມະຕິກອງປະຊຸມໃຫຍ່ຂອງພັກ, ເຊິ່ງເມືອງໄຊບົວທອງສາມາດຈັດຕັ້ງເຊື່ອມຊຶມ ໄດ້ 17 ຄັ້ງ, ເຮັດຢູ່ຂັ້ນເມືອງ 3 ຄັ້ງ, ລົງເຄື່ອນໄຫວເຮັດຂັ້ນຮາກຖານມີ 14 ຄັ້ງ, ມີຈຳນວນພົນເຂົ້າຮ່ວມເຊື່ອມຊຶມທັງໝົດ 6,271 ຄົນ, ຍິງ 2,134 ຄົນ ໃນນີ້ ມີສະມາຊິກພັກ 984 ສະຫາຍ, ຍິງ 136 ສະຫາຍ; ປະຊາຊົນ ຢູ່ຮາກຖານບ້ານແຕ່ອາຍຸ 18 ປີຂຶ້ນໄປ 5,278 ຄົນ, ຍິງ 1,998 ຄົນ, ແລະ ໄດ້ມີການລາຍງານເຖິງສະພາບການຈັດຕັ້ງປະຕິບັດມາດຕະການສະກັດກັ້ນ, ປ້ອງກັນການແຜ່ລະບາດ ຂອງພະຍາດໂຄວິດ-19 ປະຈຸບັນຢູ່ເມືອງໄຊບົວທອງ ມີບ້ານແດງ 02 ບ້ານຄື: ບ້ານໜອງທາດ ແລະ ບ້ານຜາຫອຍ ແລະ ບ້ານເຫຼືອງມີ 02 ບ້ານຄື: ບ້ານນາຂາມ ແລະ ບ້ານຕໍເຮືອ, ສໍາລັບເມືອງໄຊບົວທອງມີສະຖານທີ່ຮອງຮັບແຮງງານ ແລະ ບຸກຄົນທີ່ເດີນທາງມາຈາກເຂດກຸ່ມມສ່ຽງ ມີ 03 ສູນ, ເຊິ່ງໃນແຕ່ລະສູນແມ່ນໄດ້ແຍກໃນການກັກກັນຢ່າງເປັນລະບົບ ສັງລວມ ແຮງງານທີ່ເດີນທາງມາຈາກເຂດກຸ່ມສ່ຽງທີ່ມາກັກຕົວໃນແຕ່ລະສູນຂອງເມືອງມີທັງໝົດ 107 ຄົນ, ຍິງ 50 ຄົນ, ອອກຈາກສູນກັບບ້ານແລ້ວ 52 ຄົນ, ຍິງ 21 ຄົນ, ຍັງຄ້າງຢູ່ໃນສູນ 43 ຄົນ, ຍິງ 21 ຄົນ.
ໃນຕອນທ້າຍ ທ່ານ ສົມພົງ ວັນໄພທອງຕາງໜ້າໃຫ້ຄະນະຮັບຜິດຊອບຂັ້ນແຂວງໄດ້ມອບເງີນຊຸກຍູ້ຈຳນວນ 10,000,000 ກີບ ແລະ ມີຄຳເຫັນຊີ້ນຳກ່ຽວກັບການຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາໂຄວິດ-19 ໃນທົ່ວເມືອງ ໃຫ້ທຸກໜ່ວຍງານ, ທຸກອົງການ ທູກບ້ານໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດຕາມຄໍາສັ່ງ, ແຈ້ງການ ຂອງແຂວງ, ຂອງເມືອງ ແລະ ຂອງໜ່ວຍສະເພາະກິດຢ່າງເຂັ້ມງວດ ຖືກຕ້ອງພາວະວິໃສ.