ໃນຕອນບ່າຍວັນທີ 26 ພຶດສະພາ 2022 ເມືອງຄູນຄຳ, ແຂວງຄຳມ່ວນຈັດພິທີປະກາດຮັບຮອງເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ
ໂດຍການເປັນປະທານຂອງທ່ານ ສົມພົງ ວັນໄພທອງ ຄະກຳມະການປະຈຳພັກແຂວງ, ຫົວໜ້າຄະນະນະໂຄສະນາອົບຮົມແຂວງ, ທ່ານ ແກ້ວວິໄລ ໄຊຍະບຸດ, ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຄູນຄຳ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ໄທລໍ ຫວາເຊັ້ງ, ຄະນະປະຈຳຫົວໜ້າກົມຊົນເຜົ່າສູນກາງແນວລາວສ້າງຊາດ, ມີບັນດາພາກສ່ວນຕ່າງໆ ຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຕະຫຼອດເຖິງອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນໃນທົ່ວເມືອງຄູນຄຳເຂົ້າຮ່ວມຢ່າງພ້ອມພຽງ.
ຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແມ່ນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ, ມະຕິກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວປະເທດ ໃນແຕ່ລະໄລຍະ, ເປັນການປຸກລະດົມກຳລັງແຮງທົ່ວປວງຊົນລາວ, ຮ່ວມກັນຈັດຕັ້ງປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອຮັດແໜ້ນຄວາມສາມັກຄີ, ຄວາມເປັນເອກະພາບຂອງປະຊາຊົນບັນດາເຜົ່າ, ຊັ້ນຄົນ, ສາສະໜາ ແລະ ເພດ-ໄວ ໂດຍເລີ່ມຈາກຄອບຄົວ ແລະ ຮາກຖານບ້ານ ເຊິ່ງເປັນປັດໃຈສຳຄັນໃນການສ້າງສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ ແລະ ຄວາມມັ່ງຄັ່ງເຂັ້ມແຂງຂອງຊາດ ເພື່ອເປັນພື້ນຖານໃນການກ້າວຂື້ນສັງຄົມນິຍົມ; ເມືອງຄູນຄໍາ ປະກອບມີ 22 ບ້ານ, ມີ 4 ເຂດພັດທະນາ, ມີພົນລະເມືອງທັງໝົດ 25.015 ຄົນ, ຍິງ 12.386 ຄົນ, ມີ 5.484 ຄອບຄົວ, ມີ 4.979 ຫຼັງຄາເຮືອນ, ມີ 2 ເຜົ່າຄື: ເຜົ່າລາວ ແລະ ເຜົ່າໄຕ ປະກອບມີ 4 ແຊງຄື : ແຊງບໍ່, ແຊງກະເລີງ, ແຊງໄຕເມີຍ, ແຊງໄຕແມນ, ປະຊາຊົນສ່ວນຫຼາຍນັບຖືສາສະໜາພຸດ ແລະ ຕັ້ງຖີ່ນຖານລຽບຕາມເສັ້ນທາງຄູນຄໍາ-ກອງລໍ, ສາຍແມ່ນໍ້າຫີນບູນ ແລະ ຢຶດຖືອາຊີບປູກຝັງ-ລ້ຽງສັດ ກວມ 87%, ອາຊີບຄ້າຂາຍ ແລະ ບໍລິການເປັນສໍາຮອງ.
ໃນພິທີດັ່ງກ່າວກໍ່ໄດ້ຜ່ານຂໍ້ຕົກລົງຂອງປະທານສູນກາງແນວລາວສ້າງຊາດ ວ່າດ້ວຍການຢັ້ງຢືນຮັບຮອງເອົາເມືອງຄູນຄຳເປັນເມືອງຈັດຕັ້ງປະຕິບັດການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ສົມພົງ ວັນໄພທອງ, ພ້ອມກັນນັ້ນກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ແລະ ລັ່ນຄ້ອງ 9 ບາດ ເພື່ອປະກາດຮັບຮອງເອົາ ເມືອງຄູນຄຳ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເປັນເມືອງທີ 10 ຂອງແຂວງຄຳມ່ວນ.