ຕອນເຊົ້າວັນທີ 27 ມີຖຸນາ 2022 ຄະນະໂຄສະນາອົບຮົມແຂວງຈັດກອງປະຊຸມຮັບສ່ອງແສງລາຍງານວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ຂັ້ນແຂວງທີ່ຫ້ອງປະຊຸມຊັ້ນ III ຫ້ອງວ່າການແຂວງຄຳມ່ວນ
ໂດຍການເປັນປະທານຂອງ ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ເຂົ້າຮ່ວມຂອງສະຫາຍ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍ ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ, ຄະນະພັກຮາກຖານກໍ່ຄືຄະນະຮັບຜິດຊອບເກັບກຳສະພາບແນວຄິດ-ຫາງສຽງສັງຄົມຈາກພະແນກການ, ອົງການຈັດຕັ້ງທຽບເທົ່າ, ກຳລັງປະກອບອາວຸດເຂົ້າຮ່ວມ.
ໃນວາລະກອງປະຊຸມສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານຮ່າງບົດສະຫຼຸບລາຍງານປະຈຳ 3 ເດືອນ (4-6) ປີ 2022 ຈາກການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານເກັບກຳສະພາບແນວຄິດ-ຫາງສຽງສັງຄົມຂອງຄະນະກຳມະການເກັບກຳຫາງສຽງສັງຄົມຂັ້ນແຂວງ ແລະ ບັນດາຄະນະໂຄສະນາອົບຮົມຂັ້ນເມືອງ ໃນໄລຍະ 3 ເດືອນຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ດ້ານຕັ້ງໜ້າ, ຫຍໍ້ທໍ້ ແລະ ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນການເຄື່ອນໄຫວເກັບກຳສະພາບແນວຄິດ-ຫາງສຽງສັງຄົມທີ່ເກີດຂຶ້ນ, ໃນນັ້ນສະຫາຍ ບຸນເລິງ ເລີດບຸນຊູ ຍັງໄດ້ຍົກເອົາບັນຫາທີ່ພົ້ນເດັ່ນຂຶ້ນເພື່ອພ້ອມກັນ ຄົ້ນຄວ້າ ແລະ ເປັນທິດໃນການຊອກວິທີແກ້ໄຂ, ຫຼັງຈາກນັ້ນຄະນະກຳມະການເກັບກຳສະພາບຫາງສຽງສັງຄົມແຕ່ລະພາກສ່ວນກໍ່ໄດ້ຜັດປ່ຽນກັນປະກອບຄຳເຫັນພາຍໃຕ້ການນຳພາຊີ້ນຳຂອງສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ພ້ອມທັງມີຄໍາເຫັນແນະນໍາ ແລະ ຮຽກຮ້ອງໃຫ້ບັນດາຄະນະກໍາມະການເກັບກຳສະພາບແນວຄິດ-ຫາງສຽງສັງຄົມສືບຕໍ່ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ແກ່ປະຊາຊົນກ່ຽວກັບບັນຫາຫາງສຽງສັງຄົມ, ໃຫ້ຄວາມສຳຄັນໃນການຕິດຕາມ, ເກັບກຳສະພາບຫາງສຽງສັງສັງຄົມທີ່ພົ້ນເດັ່ນແຕ່ລະໄລຍະ ເພື່ອຊອກວິທີຕອບຕ້ານ ແລະ ແກ້ໄຂໃຫ້ທັນກັບສະພາບການ.