• ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນ
  • ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ
  • ຝືກອົບຮົມໃຫ້ແກ່ຜູ້ຊົງຄຸນວຸດທິຢູ່ເ
  • ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້
  • ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກ
  • ປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ສປ
ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ

ສືບຕໍ່ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ

ສືບຕໍ່ກອງປະຊຸມສະຫຼຸບວຽກງານຈັດຕັ້ງພັກ-ພະນັກງານ, ວຽກງານການເມືອງ-ແນວຄິດ ແລະ ຜັນຂະຫຍາຍເນື້ອໃນກ...
ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ່ສ້າງຮາກຖານການເມືອງ.

ລົງເຄື່ອນໄຫວຊຸກຍູ້, ຕິດຕາມວຽກງານກໍ່ສ້າງຮາກຖານການເມືອງ.

     ວັນທີ 17-18 ມັງກອນ 2023 ທ່ານ ສົມພົງວັນໄພທອງ ກຳມະການປະຈຳພັກແຂວງ, ຫ...
ຝືກອົບຮົມໃຫ້ແກ່ຜູ້ຊົງຄຸນວຸດທິຢູ່ເມືອງຄູນຄຳ

ຝືກອົບຮົມໃຫ້ແກ່ຜູ້ຊົງຄຸນວຸດທິຢູ່ເມືອງຄູນຄຳ

     ໃນວັນທີ 21 ກຸມພາ 2023 ຄະນະໂຄສະນາອົບຮົມແຂວງ ສົມທົບກັບຄະນະໂຄສະນາອົບ...
ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

ເມືອງມະຫາໄຊສະເຫຼີມສະຫຼອງວັນເດັກນ້ອຍສາກົນ, ວັນປູກຕົ້ນໄມ້ ແລະ ວັນສິ່ງແວດລ້ອມແຫ່ງຊາດ.

     ໃນວັນທີ 14 ມິຖຸນາ 2022 ທີ່ສະໂມສອນໃຫ່ຍເມືອງມະຫາໄຊ ໄດ້ຈັດພິທີສະເຫຼີ...
ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ.

ເມືອງຍົມມະລາດປາຖະກະຖາວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ 113 ປີ.

     ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2022  ຄະນະໂຄສະນາອົບເມືອງຍົມມະລາດ ຈັ...
ປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ສປປ ລາວ ແລະ ວັນສ້າງຕັ້ງສານປະຊາຊົນ.

ປາຖະກະຖາວັນສ້າງຕັ້ງລັດຖະທຳມະນູນ ສປປ ລາວ ແລະ ວັນສ້າງຕັ້ງສານປະຊາຊົນ.

     ວັນທີ 15 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຈັດປາຖະກະຖາຫວນຄືນມູນເຊື້ອ...
Previous
Next

ເມືອງຍົມມະລາດເປີດຝຶກອົບຮົມວຽກງານໂຄສະນາ-ປາຖະກະຖາ.

     ຄະນະໂຄສະນາອົບຮົມແຂວງຮ່ວມກັບຄະນະໂຄສະນາອົບຮົມເມືອງຍົມມະລາດເປີດກອງປະຊຸມຝຶກອົບຮົມວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫລັກແຫລ່ງ ແລະ ນາຍບ້ານອ້ອມຂ້າງເມືອງໃນວັນທີ 5-6 ມິຖຸນາ 2022 ທີ່ສະໂມສອນ ເມືອງຍົມມະລາດ

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງຍົມມະລາດ, ພ້ອມດ້ວຍຄະນະ, ມີນັກສໍາມະນາກອນເຂົ້າຮ່ວມຈຳນວນທັງໝົດ 54  ທ່ານ, ຍິງ 06 ທ່ານ, ໂດຍປະຕິບັດຕາມໂຄງການຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກ, ເອກະສານທີ່ໃຊ້ເຂົ້າໃນການຝຶກອົບຮົມປະກອບມີ 5 ເນື້ອໃນຄື: 1: ບັນຫາພື້ນຖານຂອງວຽກງານໂຄສະນາ, 2: ການໂຄສະນາຜ່ານສື່, 3: ຄຸນລັກສະນະ ແລະ ສິນລະປະໃນການປາກເວົ້າ, 4: ບັນດານິຕິກຳ ແລະ ບາງບົດຮຽນໃນການເຄື່ອນໄຫວວຽກງານໂຄສະນາ, 5: ການໂຄສະນາດ້ວຍລະບົບໂທລະໂຄ່ງ.

     ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບວິຊາສະເພາະກ່ຽວກັບຄວາມຮູ້ພື້ນຖານຂອງວຽກງານໂຄສະນາ, ຄຸນລັກສະນະ ແລະ ສິນລະປະໃນການປາກເວົ້າການຂຽນ ໃຫ້ຜູ້ທີ່ເຮັດວຽກງານການເມືອງແນວຄິດ ຢູ່ຂັ້ນພະນັກງານຫຼັກແຫຼ່ງ ແລະ ນາຍບ້ານ, ຮອງນາຍບ້ານ ອ້ອມຂ້າງເມືອງຍົມມະລາດ ໃຫ້ສອດຄ່ອງໃນການເຄື່ອນໄຫວວຽກງານ ໂຄສະນາ ປາຖະກະຖາໃນໄລຍະໃໝ່, ພາຍຫຼັງສໍາເລັດການຜ່ານເອກະສານທັງ 5 ບົດແລ້ວທາງຄະນະກໍ່ຍັງໄດ້ຈັດແບ່ງອອກເປັນ 5 ຫນ່ວຍເພື່ອໃຫ້ແຕ່ລະໜ່ວຍໄດ້ຂື້ນມາສາທິດບົດຂອງຕົນ ໃນການຈັດແບ່ງໜ່ວຍນີ້ກໍ່ເພື່ອໃຫ້ນັກສຳມະນາກ່ອນໄດ້ມີໂອກາດຝຶກຜົນການປາຖະກະຖາ ແລະ ຖອດຖອນແລກປ່ຽນບົດຮຽນໄປພ້ອມເພື່ອໄປປະຕິບັດຕົວຈິງຢູ່ຂັ້ນຂອງຕົນ. ພາຍຫລັງສຳເລັດການຝືກອົບຮົມຄະນະໂຄສະນາອົບຮົມແຂວງກໍໄດ້ມອບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມ ເພື່ອເປັນບ່ອນອີງ ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ສົມພົງ ວັນໄພທອງ ແລະ ຍັງໄດ້ມີຄຳເຫັນໂອ້ລົມ, ຮຽກຮ້ອງມາຍັງຜູ້ທີ່ເຂົ້າຮ່ວມຝືກອົບຮົມທຸກທ່ານຕ້ອງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍເນື້ອໃນເອກະສານດັ່ງກ່າວໃຫ້ກວ້າງຂວາງເລິກເຊິ່ງ ພ້ອມນຳເອົານິຕິກຳຕ່າງໆລົງເຜີຍແຜ່ສູ່ຮາກຖານໂດຍສະເພາະແມ່ນປະຊາຊົນແຕ່ລະຂົງເຂດ, ເພື່ອສ້າງບຸກຄະລາກອນທີ່ສາມາດເປັນເສນາທິການໃຫ້ຂັ້ນເທິງ. ນໍາພາພໍ່ແມ່ປະຊາຊົນທຸກຊັ້ນຄົນໃຫ້ມີຄວາມຕື່ນຕົວສູງ ແລະ ຄວາມສາມັກຄີປອງດອງກັນພາຍໃນບ້ານ ກໍຄືເມືອງ.