ໃນຕອນເຊົ້າຂອງວັນທີ 26 ກໍລະກົດ 2022 ຄະນະໂຄສະນາອົບເມືອງຍົມມະລາດ ຈັດພິທີປາຖະກະຖາຫວນຄືນຊີວິດ ແລະ ການເຄື່ອນໄຫວຂອງ ທ່ານ ປະທານ ສຸພານຸວົງ ໃນໂອກາດວັນຄ້າຍວັນເກີດ ຄົບຮອບ 113 ປີ (13/7/1909-13/7/2022) ຢູ່ທີ່ສະໂມສອນຫ້ອງວ່າການເມືອງ ຍົມມະລາດ,
ເປັນກຽດປາຖະກະຖາໂດຍ ທ່ານ ບຸນທັນ ສຸວັນນະລາດ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆຍົມມະລາດ, ເຊີ່ງມີບັນດາທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ທະຫານ, ນາຍຕໍາຫລວດ, ພະນັກງານວິຊາການອ້ອມຂ້າງເມືອງເຂົ້າຮ່ວມທັງໝົດ 165 ທ່ານ, ຍີງ 45 ທ່ານ.
ທ່ານ ບຸນທັນ ສຸວັນນະລາດ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງໆຍົມມະລາດ, ກໍ່ໄດ້ໃຫ້ກຽດຜ່ານເອກະສານ ວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຄົບຮອບ 113 ປີ ຢ່າງລະອຽດ, ເຊິ່ງຈຸດປະສົງ ໃນການ ປາຖະກະຖາໃນຄັ້ງນີ້ ກໍ່ເພື່ອໂຄສະນາເຜີຍແຜ່ສືກສາອົບຮົມໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ຮັບຮູ້ເຂົ້າໃຈ ເຖິງຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ທີ່ໄດ້ອຸທິດຕົນເພື່ອປະເທດຊາດ ແລະ ປະຊາຊົນ ພ້ອມດຽວກັນນັ້ນ ກໍ່ເພື່ອເປັນເຈົ້າການ ໃນການຄົ້ນຄວ້າຮໍ່າຮຽນເອົາຄຸນງາມຄວາມດີ, ນໍ້າໃຈເສຍສະຫຼະອັນຍິ່ງໃຫຍ່ຂອງເພິ່ນ ເພື່ອປັບປຸງຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດໃຫ້ມີຄວາມໜັກແໜ້ນບໍລິສຸດປອດໃສ ໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເອກະລາດ, ອະທິປະໄຕຂອງຊາດ ແລະ ຄວາມສົມບູນພູນສຸກຂອງປະຊາຊົນລາວບັນດາເຜົ່າ. ໃນຕອນທ້າຍຂອງກອງປະຊຸມທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງຍັງໄດ້ຜ່ານ ມະຕິເປີດກວ້າງຄົບຄະນະບໍລິຫານງານພັກແຂວງຄຳມ່ວນຄັ້ງທີ VI ສະໄຫມທີ X ອີກດ້ວຍ.