ວັນທີ 11 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຄໍາມ່ວນສົມທົບກັບຄະນະໂຄສະນາອົບຮົມເມືອງຄູນຄຳເປີດຝຶກອົບຮົມວຽກງານຫາງສຽງສັງຄົມຊຸດທີ II ຢູ່ທີ່ສະໂມສອນເມືອງຄູນຄຳ
ໂດຍການເປັນປະທານ ແລະ ກ່າວເປີດຂອງທ່ານ ແກ້ວວິໄລ ໄຊຍະບຸດ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງຄູນຄຳ, ໃຫ້ກຽດເຂົ້າຮ່ວມໂດຍທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມຄະນະ ແລະ ມີນັກສຳມະນາກອນເຂົ້າຮ່ວມຝຶກອົບຮົມຄັ້ງນີ້ 36 ທ່ານ, ຍິງ 11 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈຈະແຈ້ງກ່ຽວກັບການຈັດຕັ້ງປະຕິບັດ ແລະ ກຳໄດ້ບັນດານິຕິກຳທີ່ກ່ຽວພັນເຖິງບົດບາດ, ໜ້າທີ່ຄວາມຮັບຜິດຊອບຂອງຜູ້ເຮັດວຽກງານສັງລວມ ແລະ ເກັບກຳຫາງສຽງສັງຄົມ, ເຫັນໄດ້ຄວາມສຳຄັນຂອງວຽກງານຫາງສຽງສັງຄົມຕໍ່ກັບໜ້າທີ່ການເມືອງໃນໄລຍະໃໝ່, ຮູ້ໄດ້ເຖິງວິທີການນຳພາແນວຄິດ-ຫາງສຽງສັງຄົມ, ການເກັບກຳຫາງສຽງສັງຄົມຂອງຜູ້ເຮັດວຽກງານສັງລວມຂັ້ນຕົນ, ໂດຍສະເພາະໄດ້ສ້າງບາດກ້າວບຸກທະລຸທາງດ້ານຈິນຕະນາການຕໍ່ວຽກງານສັງລວມ-ເກັບກຳຫາງສຽງສັງຄົມໃຫ້ພະນັກງານການນຳ ແລະ ຫຼັກແຫຼ່ງພາຍໃນເມືອງເຂົ້າສູ່ວຽກງານຕົວຈິງ, ເນື້ອໃນເອກະສານທີ່ນຳໃຊ້ເຂົ້າໃນການຝຶກອົບຮົມປະກອບມີ 4 ບົດຄື: 1) ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, 2)ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມເຂົ້າໃນວຽກງານການເມືອງ-ແນວຄິດ, 3) ຕາໜ່າງເພື່ອນຮ່ວມງານ, 4) ວຽກງານຄົ້ນຄວ້າ-ສັງລວມ, ພາຍຫຼັງສຳເລັດຊຸດຝຶກອົບຮົມກໍໄດ້ຜ່ານຂໍ້ຕົກລົງ, ສະບັບເລກທີ 1399/ຄອຂ, ຂອງຄະນະໂຄສະນາອົບຮົບແຂວງ ວ່າດ້ວຍການມອບໃບຢັ້ງຢືນໃຫ້ນັກສຳມະນາກອນເພື່ອເປັນບ່ອນອີງ, ເປັນກຽດມອບໂດຍທ່ານ ແກ້ວວິໄລ ໄຊຍະບຸດ ແລະ ກ່າວປິດຊຸດຝຶກອົບຮົມຄັ້ງນີ້ຢ່າງເປັນທາງການ.