ວັນທີ 15 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຈັດປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນ ສປປ ລາວ ຄົບຮອບ 31 ປີ(15/8/1991-15/8/2022) ແລະ ວັນສ້າງຕັ້ງສານປະຊາຊົນຄົບຮອບ 40 ປີ(15/8/1982-15/8/2022). ທີ່ສະໂມສອນໃຫຍ່ຂອງແຂວງ,
ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນມີ ພິມມະສອນ, ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງຄຳມ່ວນ, ມີບັນດາທ່ານຄະນະກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ພະນັກງານອາວຸໂສບຳນານ, ຕະຫຼອດຮອດສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ເຂົ້າຮ່ວມທັງໝົດ 337 ທ່ານ, ຍິງ 124 ທ່ານ.
ໃນພິທີດັ່ງກ່າວບັນດາທ່ານທີ່ເຂົ້າຮ່ວມກໍ່ໄດ້ຮັບຊົມການສະແດງສິນລະປະຈາກພະນັກງານສານປະຊາຊົນແຂວງຄຳມ່ວນ, ຈາກນັ້ນພິທີກໍ່ໄດ້ສຶບຕໍ່ຮັບຟັງການປາຖະກະຖາຫວນຄືນມູນເຊື້ອວັນສ້າງຕັ້ງລັດຖະທຳມະນູນ ສປປ ລາວ ແລະ ວັນສ້າງຕັ້ງສານປະຊາຊົນ ເປັນກຽດເລົ່າມູນເຊື້ອໂດຍທ່ານ ບຸນມີ ພິມມະສອນ, ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ, ສະພາບຄວາມຈຳເປັນທີ່ຕ້ອງສ້າງລັດຖະທຳມະນູນ ແລະ ປັບປຸງລັດຖະທຳມະນູນໃນໄລຍະຜ່ານມາ, ເຊີ່ງລັດຖະທຳມະນູນແມ່ນກົດໝາຍພື້ນຖານຂອງຊາດ ເປັນການຫັນເອົາແນວທາງນະໂຍບາຍປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການຂອງພັກປະຊາຊົນປະຕິວັດລາວມາເປັນກົດໝາຍພື້ນຖານຂອງລະບອບປະຊາທິປະໄຕປະຊາຊົນລາວໂດຍຖຶກຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ VI ຂອງສະພາປະຊາຊົນສູງສຸດຊຸດທີ II ໃນປີ 1991 ແລະ ປະກາດໃຊ້ຢ່າງເປັນທາງການໃນວັນທີ 15 ສິງຫາ 1991 ໃນປີ 2003 ລັດຖະທຳມະນູນແຫ່ງສາທາລະນະລັດປະຊາທິປະໄຕປະຊາຊົນລາວໄດ້ມີການປັບປຸງໃນກອງປະຊຸມສະໄໝສາມັນເທື່ອທີ III ຂອງສະພາປະຊາຊົນຊຸດທີ V ປະກອບມີ 11 ໝວດ 98 ມາດຕາ ແລະ ປີ 2015 ໄດ້ມີການປັບປຸງເປັນຄັ້ງທີ II ໃນກອງປະຊຸມສະໄໝສາມັນເທື່ອທີ X ຂອງສະພາປະຊາຊົນຊຸດທີ XII. ພ້ອມດຽວກັນນັ້ນກໍໄດ້ຍົກໃຫ້ເຫັນປະຫວັດການກຳເນີດຂອງວັນສ້າງຕັ້ງສານປະຊາຊົນລາວ ຕະຫຼອດໄລຍະ 40 ປີ ເຊິ່ງໄດ້ຍົກໃຫ້ເຫັນແຕ່ລະໄລຍະຂອງການກຳເນີດສານປະຊາຊົນ ທີ່ໄດ້ສະແດງໃຫ້ເຫັນບັນດາຜົນງານທີ່ພົ້ນເດັ່ນໃນການປັບປຸງ ແລະ ພັດທະນາລະບົບສານປະຊາຊົນຕະຫຼອດການເຄື່ອນໄຫວທີ່ຜ່ານມາ, ທັງນີ້ກໍເພື່ອເສີມຂະຫຍາຍມູນເຊື້ອແຫ່ງຄວາມສາມັກຄີ, ທັງເປັນການໂຄສະນາສຶກສາອົບຮົມສະມາຊິກພັກ, ພະນັກງານ ແລະ ລັດຖະກອນເຫັນໄດ້ບົດບາດຄວາມໝາຍ, ຄວາມສຳຄັນຂອງເນື້ອໃນລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ວັນສ້າງຕັ້ງສານປະຊາຊົນ ແນໃສ່ເຄົາລົບລັດຖະທຳມະນູນ ແລະ ລະບຽບກົດໝາຍຢ່າງຖືກຕ້ອງ.