ໃນວັນທີ 16-17 ສິງຫາ 2022 ຄະນະໂຄສະນາອົບຮົມສູນກາງພັກຈັດຝຶກອົບຮົມວຽກງານໄອທີ ລະບົບເຄືອຂ່າຍເອເລັກໂຕຼນິກ ໃຫ້ພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ແລະ ຄະນະໂຄສະນາອົບຮົມເມືອງ.
ຊຸດຝຶກອົບຮົມດັ່ງກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ ໂດຍການເປັນປະທານຂອງ ທ່ານ ອຸດອນ ສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມຄະນະ ແລະ ຄູຝຶກ, ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 24 ທ່ານ, ຍິງ 15 ທ່ານ.
ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານໄອທີ, ລະບົບເຄືອຂ່າຍເອເລັກໂຕຼນິກ ເປັນການຍົກລະດັບຄວາມຮູ້ພື້ນຖານໃຫ້ແກ່ພະນັກງານ-ວິຊາການໃນການນຳໃຊ້ຄອມພິວເຕີ້, ພາຍຫຼັງສຳເລັດຊຸດຝຶກອົບຮົມກໍໄດ້ມອບໃບຢັ້ງຢືນໃຫ້ນັກສຳມະນາກອນເພື່ອເປັນບ່ອນອີງ, ເປັນກຽດມອບໂດຍທ່ານ ອຸດອນ ສຸດທິລາດ ແລະ ກ່າວປິດຊຸດຝຶກອົບຮົມຄັ້ງນີ້ຢ່າງເປັນທາງການ. ຫຼັງຈາກນັ້ນຄະນະໂຄສະນາອົບຮົມແຂວງກໍໄດ້ນຳພາຄູຝຶກ ແລະ ນັກສຳມະນາກອນໄປທັດສະນະທີ່ເມືອງມະຫາໄຊ.