ໃນຕອນເຊົ້າຂອງວັນທີ 16 ສິງຫາ 2022 ຢູ່ທີ່ສະໂມສອນເມືອງນາກາຍ ໄດ້ຈັດພິທີໂຄສະນາປາຖະກະຖາ ໂດຍການເປັນປະທານຂອງສະຫາຍ ນາງ ບົວກາ ແກ້ວມະນີ ກໍາມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆນາກາຍ,
ມີບັນດາຄະນະປະຈໍາພັກເມືອງ, ກຳມະການພັກເມືອງ, ເລຂາພັກຮາກຖານ, ເລຂາຄະນະໜ່ວຍພັກ, ສະມາຊິກພັກທີ່ມາຈາກສໍານັກງານຫ້ອງການ, ອົງການ, ທະຫານ - ຕຳຫຼວດ, ຕະຫຼອດຮອດສະມາຊິກພັກທີ່ມາຈາກບ້ານ ອຸດົມສຸກ ແລະ ບ້ານຫ້ວຍມະໄລ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 126 ສະຫາຍ, ຍິງ 38 ສະຫາຍ. ເຊິ່ງພິທີໂຄສະນາປາຖະກະຖາໃນຄັ້ງນີ້ໄດ້ນຳເອົາ 04 ເນື້ອໃນເອກະສານມາຈັດຕັ້ງເຊື່ອມຊຶມມີ.
1. ວັນລັດຖະທຳມະນູນແຫ່ງ ສປປ ລາວ ຄົບຮອບ 31 ປີ ( 15.8.1991 – 15.8.2022 ).
2. ວັນຢຶດອຳນາດ ຄົບຮອບ 47 ປີ ( 13.8.1975 – 23.8.2022 ).
3. ບົດມູນເຊື້ອການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການແນວລາວສ້າງຊາດ ຄົບຮອບ 72 ປີ ( 13.8.1950 – 13.8.2022 ).
4. ປະຫວັດມູນເຊື້ອ ແລະ ຜົນງານທີ່ພົ້ນເດັ່ນຂອງວຽກງານສື່ມວນຊົນ ແລະ ການພິມຈໍາໜ່າຍ ຄົບຮອບ 72 ປີ ( 13.8.1950 – 13.8.2022 ).
ມາຮອດເວລາ 11:30 ພິທີໂຄສະນາ - ປາຖະກະຖາ ວັນສໍາຄັນຕ່າງໆຂອງຊາດ - ຂອງພັກ ກໍ່ສໍາເລັດລົງດ້ວຍໝາກຜົນອັນຈົບງາມ.