ໃນວັນທີ 23 ສິງຫາ 2022 ເມືອງເຊບັ້ງໄຟສຳເລັດຊຸດການສຶກສາອົບຮົມເປົ້າໝາຍເສບຢາເສບຕິດ ຢູ່ກຸ່ມບ້ານແກ້ງແຄນ ເມືອງເຊບັ້ງໄຟ ແຂວງຄຳມ່ວນ
ໂດຍເປັນປະທານຂອງທ່ານ ທອງໄຊ ມັງໜໍ່ເມກ ກຳມະການພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆເຊບັ້ງໄຟ ເຊິ່ງປະຈຸບັນເມືອງເຊບັ້ງໄຟແມ່ນກໍາລັງສຶບຕໍ່ຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໃຫ້ປະຊາຊົນພາຍໃນເມືອງ, ໂດຍສະເພາະແມ່ນການແກ້ໄຂບັນຫາຢາເສບຕິດ ຜ່ານມາເມືອງເຊບັ້ງໄຟຈັດຕັ້ງໄດ້ 3 ກຸ່ມບ້ານຄື: ກຸ່ມບ້ານນາບຶງ, ກຸ່ມບ້ານນາຄອມ, ກຸ່ມບ້ານແກ້ງແຄນ ເຊິ່ງລວມຜູ້ທີ່ເຂົ້າສຶກສາອົບຮົມທັງ 3 ກຸ່ມບ້ານມີຈຳນວນທັງໝົດ 181 ຄົນ, ຍິງ 01 ຄົນ ແລະ ກັກຕົວຜູ້ຈຳໜ່າຍຢາເສບຕິດປະເພດຢາບ້າໄດ້ ຈຳນວນ 09 ຄົນ, ຢຶດຂອງກາງຢາເສບຕິດ (ຢາບ້າ) ໄດ້ຈຳນວນ 109 ເມັດ ແລະ ຈະສຶບຕໍ່ຈັດຕັ້ງປະຕິບັດໃຫ້ກຸ່ມບ້ານອື່ນໆໃຫ້ສຳເລັດ.