• ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ
  • ລົງຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວ ກາ
  • ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວ
ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ໃນຕອນເຊົ້າວັນທີ່ 14 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ວັນທີ 23 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຮ່ວ...
ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ວັນທີ 31 ສິງຫາ 2021 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຮັດວຽກຢູ່ເມື...
ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ວັນທີ​ 16 ພະຈິກ 2021 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄຳສັ່ງ...
Previous
Next

ເມືອງທ່າແຂກຈັດປາຖະກະຖາວັນສຳຄັນຂອງຊາດ-ຂອງພັກ.

      ໃນຕອນເຊົ້າວັນທີ 28 ມີນາ 2023 ຢູ່ທີ່ສະໂມສອນຫ້ອງວ່າການເມືອງທ່າແຂກໄດ້ຈັດພິທີໂຄສະນາ-ປາຖະກະຖາເລົ່າຄືນມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ (22/3/1955-22/3/2023), ວັນເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດຄົບຮອບ 77 ປີ (21/3/1946-21/3/2023) ແລະ ຜັນຂະຫຍາຍເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງຄຳມ່ວນ ຕິດພັນກັບເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດ ຄັ້ງທີ V,

ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ແກ້ວລັນດອນ ຈັນທະປານີ ກຳມະການປະຈຳພັກແຂວງ, ເລຂາພັກເມືອງ, ເຈົ້າເມືອງໆທ່າແຂກ. ໃຫ້ກຽດເຂົ້າຮ່ວມໂດຍທ່ານ ອຸດອນ ສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ; ໃນນັ້ນ ຜູ້ເຂົ້າຮ່ວມຮັບຟັງມີບັນດາຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານວິຊາການເຂົ້າຮ່ວມທັງໝົດ113 ຄົນ, ຍິງ 46 ຄົນ.

    ໃນພິທີແມ່ນໄດ້ເລົ່າຄືນມູນເຊື້ອຄວາມໝາຍ,ຄວາມສຳຄັນແຫ່ງການນໍາພາຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ມູນເຊື້ອອັນພິລະອາດຫານແຫ່ງ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ເພື່ອຮັບຮູ້ເຖິງຄວາມເປັນມາ ແລະການຕໍ່ສູ້ອັນດຸເດືອດກ້າແກ່ນຂອງວັນເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ.