ໃນວັນທີ 27-30 ມີນາ 2023 ຄະນະບໍລິຫານງານພັກ ເມືອງມະຫາໄຊ, ແຂວງຄໍາມ່ວນ ໄດ້ໄຂກອງປະຊຸມຄົບຄະນະບໍລິຫານງານພັກກາງສະໄໝທີ XIII ຂອງອົງຄະນະພັກເມືອງ ຂຶ້ນທີ່ຫໍປະຊຸມສະໂມສອນໃຫຍ່ຫ້ອງວ່າການເມືອງ ໂດຍການເປັນປະທານ ຂອງສະຫາຍ ສົມບູນ ແກ້ວວົງສາ ເລຂາພັກເມືອງ ເຈົ້າເມືອງ ມະຫາໄຊ,
ໃຫ້ກຽດເຂົ້າຮ່ວມໂດຍສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ສົມໃຈ ພານີຈັນ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍ ຫົວໜ້າ ຄະນະທິມງານກໍ່ສ້າງຮາກຖານການເມືອງຂັ້ນແຂວງ ປະຈຳເມືອງ, ບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາພັກຮາກຖານ, ໜ່ວຍພັກຮາກຖານ, ເລຂາພັກບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍ ສົມໃຈ ພານີຈັນ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານເງື່ອນໄຂ ມາດຖານພະນັກງານນໍາພາ-ຄຸ້ມຄອງ. ຈາກນັ້ນ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມີຄໍາເຫັນຊີ້ນໍາທາບທາມຄວາມເຊື່ອໝັ້ນໄວ້ວາງໃຈ, ຜ່ານເອກະສານວຽກງານການເມືອງ, ແນວຄິດ ແລະ ຢາຍບັດທາບທາມ, ຜ່ານລະບຽບ ແລະ ແນະນໍາວິທີການດຳເນີນການທາບທາມ ຂອງຄະນະຮັບຜິດຊອບຂັ້ນແຂວງ. ຫຼັງຈາກນັ້ນ ສະຫາຍ ຄໍາສອນ ຈຸນລາຊາ ຫົວໜ້າຫ້ອງການພາຍໃນເມືອງກໍ່ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ເລກທີ 160/ປປທ, ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 360/ນຍ. ພ້ອມທັງມອບລຽນກາແຮງງານຊັ້ນ I, ຊັ້ນ II, ຊັ້ນ III ພ້ອມທັງມອບໃບຍ້ອງຍໍລັດຖະບານຜູ້ທີ່ມີຜົນ ງານໃນໄລຍະ 5 ປີຜ່ານມາ. ໂດຍສະເພາະແມ່ນຂະບວນການແຂ່ງ ຂັນຮັກຊາດ, ສ້າງສາພັດທະນາ ແລະ ການຜັນຂະຫາຍວຽກງານສາມສ້າງ ເຂົ້າສູ່ລວງເລິກ ໃນທົ່ວປະເທດ ໄລຍະ 5 ປີ ( 2016-2020) ໃຫ້ກຽດມອບໂດຍ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ເຊິ່ງ ສະຫາຍກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີມຕໍ່ຜົນງານທີ່ສາມາດຍາດມາໄດ້.