ວັນທີ 31 ມີນາ 2023 ທີ່ສະໂມສອນເມືອງບົວລະພາ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ,
ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍເນື້ອໃນວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ແລະ ປາຖະກະຖາວັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ68 ປີ (22/3/1955-22/3/2023), ວັນເສຍອົງຄະ, ເສຍສະຫຼິຊີວິດເພື່ອຊາດ ຄົບຮອບ 77 ປີ (21/3/1946-21/3/2023) ໂດຍການເປັນປະທານຂອງ ສະຫາຍ ຄຳປອນ ກາລີແກ້ວດວງສອນ ຮອງເລຂາພັກເມືອງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ມີບັນດາຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າ, ຫ້ອງການ, ຄະນະພັກຮາກຖານ ແລະ ສະມາຊິກພັກ-ພະນັກງານວິຊາການເຂົ້າຮ່ວມທັງໝົດ 196 ສະຫາຍ, ຍິງ 27 ສະຫາຍ.
ໃນພິທີສະຫາຍ ນາງ ກົງໃຈ ໄຊປັນຍາ, ຮອງເລຂາພັກເມືອງ, ປະທານກວດກາພັກ-ລັດເມືອງ ໄດ້ເລົ່າມູນເຊື້ອ, ຄວາມເປັນມາ ແລະ ຄວາມໝາຍ,ຄວາມສຳຄັນແຫ່ງການນໍາພາຂອງພັກເຂົ້າໃນການຈັດຕັ້ງປະຕິບັດ ພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ, ມູນເຊື້ອອັນພິລະອາດຫານແຫ່ງ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ເພື່ອຮັບຮູ້ເຖິງຄວາມເປັນມາ ແລະ ການຕໍ່ສູ້ອັນດຸເດືອດກ້າແກ່ນຂອງວັນເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ, ໂອກາດດຽວກັນນັ້ນ ສະຫາຍ ສະຫວັດດີ ຄຳລ້ອມ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ, ໄດ້ຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດ ໄລຍະແຕ່ປີ 2003-2023 ແລະ ທິດທາງຮອດປີ 2025 ພ້ອມກັນນັ້ນ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ຜ່ານຄຳເຫັນຊີ້ນຳຂອງສະຫາຍເລຂາທິການໃຫຍ່ຕໍ່ກອງປະຊຸມສະຫຼຸບວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V.