• ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນ
  • ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍ
  • ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈ
  • ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດ
  • ລົງຊຸກຍູ້ ແລະ ຕິດຕາມ ການເຄື່ອນໄຫວ ກາ
  • ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມ
ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ,ເລື່ອນສະມາຊິກພັກສຳຮອງຂຶ້ນສົມບູນ.

ໃນຕອນເຊົ້າວັນທີ່ 14 ມິຖຸນາ 2023 ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ຈັດພິທີຮັບມະຫາຊົນຜູ້ກ້າວ...
ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ຫົວໜ້າຄະນະໂຄສະນາອົບຮົມແຂວງລົງຊຸກຍູ້ອ້າຍນ້ອງ ປ້ອງກັນຄວາມສະຫງົບເຂດເທດສະບານເມືອງທ່າແຂກ.

ວັນທີ 23 ກັນຍາ 2021 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຮ່ວ...
ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ຄະນະໂຄສະນາຮົມແຂວງສົມທົບກັບຄະນະປະຈຳພັກແຂວງ ແລະ ສະພາປະຊາຊົນແຂວງລົງເຮັດວຽກຢູ່ເມືອງ.

ວັນທີ 31 ສິງຫາ 2021 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງເຮັດວຽກຢູ່ເມື...
ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ເຊື່ອມຊຶມ ແລະ ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2021-2023).

ວັນທີ​ 16 ພະຈິກ 2021 ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມເຜີຍແຜ່ເອກະສານຄຳສັ່ງ...
ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄມລວມ

ວັນທີ 16 ກໍລະກົດ 2021 ໜ່ວຍສະຫະພັນແມ່ຍິງຄະນະໂຄສະນາອົບຮົມແຂວງຮ່ວມສ້າງຂະບວນການອອກແຮງງານ ອານາໄ...
Previous
Next

ສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ແລະ ມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022.

     ວັນທີ່ 22 ພຶດສະພາ 2023 ຄະນະໂຄສະນາອົບຮົມແຂວງຄໍາມ່ວນຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2022 ແລະ ສືບຕໍ່ເປີດຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2023 ແລະ ມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022.

ໂດຍການເປັນປະທານຂອງ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ມີບັນດາທ່ານຕາງໜ້າຈາກຄະນະໜ່ວຍພັກອົງການອ້ອມຂ້າງແຂວງ ທີ່ກ່ຽວຂ້ອງ ແລະ ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ ຕະຫຼອດເຖີງພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 16 ທ່ານ.

     ພິທີໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງຄໍາມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2022 ທິດທາງແຜນການປີ 2023 ແລະ ບົດລາຍງານຫຍໍ້ຜົນງານ 5 ປີ ເຊີ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການປະຕິບັດວຽກງານຕົວຈິງໃນໄລຍະຜ່ານມາ, ໃນໂອກາດດັ່ງກ່າວກໍຜ່ານດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ແລະ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍລັດຖະບານ ເຊິ່ງຄະນະໂຄສະນາອົບຮົມແຂວງຄຳມ່ວນ ກໍໄດ້ຮັບຫຼຽນໄຊແຮງງານຊັ້ນ II, ບຸກຄົນທີ່ໄດ້ຮັບຫຼຽນໄຊແຮງງານຊັ້ນ III ມີຈຳນວນ 2 ທ່ານ, ຫຼຽນກາແຮງງານ ຈຳນວນ 1 ທ່ານ, ໃບຍ້ອງຍໍລັດຖະບານ ມີຈຳນວນ 6 ທ່ານ, ໃບຍ້ອງຍໍຂອງເຈົ້າແຂວງຜົນງານ 5 ປີ ມີຈຳນວນ 12 ທ່ານ ແລະ ຜົນງານປະຈຳປີ 2022 ມີຈຳນວນ 28 ທ່ານ. ແລະ ໄດ້ຜ່ານແຜນການເປີດຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ຂອງຄະນະໂຄສະນາອົບຮົມແຂວງ ປີ 2023 ພ້ອມດຽວກັນນັ້ນບັນດາ 4 ຂະແໜງການກໍໄດ້ພ້ອມກັນຂຶ້ນຈັບມືເປີດຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2023.

     ໂອກາດດຽວກັນນັ້ນກໍໄດ້ສືບຕໍ່ພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ໂດຍການຜ່ານບົດສະຫຼຸບໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ແລະ ຜ່ານມະຕິຕົກລົງມອບຮັບວ່າດ້ວຍການມອບຮັບເອົາໜ່ວຍພັກຄະນະໂຄສະນາອົບຮົມແຂວງຄຳມ່ວນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022 ມອບໂດຍ ທ່ານສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ໄດ້ມີຄຳເຫັນໂອ້ລົມຮຽກຮ້ອງໃຫ້ບັນດາຂະແໜງການ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງຄະນະໂຄສະນາອົບຮົມແຂວງວາງອອກໄປຈັດຕັ້ງຜັນຂະຫຍາຍຕາມທິດທາງແຜນການຂອງຂະແໜງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ປຸກລະດົມຊຸກຍູ້ພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນປະກອບສ່ວນ ເພື່ອປະຕິບັດແຜນການດັ່ງກ່າວໃຫ້ມີຜົນສຳເລັດເປັນຢ່າງດີ.