ກອງປະຊຸມສ່ອງແສງລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ(ເວັບໄຊສ) ປະຈຳໄຕມາດ I (1-2-3) ປີ 2025 ແລະ ທິດທາງແຜນການປະຈຳໄຕມາດ II (4-5-6) 2025.

ໃນຕອນເຊົ້າ ວັນທີ 02 ເມສາ 2025 ຄະນະໂຄສະນາອົບຮົມແຂວງຄຳມ່ວນເຂົ້າຮ່ວມກອງປະຊຸມປະຈໍາໄຕມາດ ມີທ່ານ ນາງ ບຸນເລີດ ສີຫາລາດ ຫົວໜ້າຂະແໜງສັງລວມຂໍ້ມູນຂ່າວສານ ພ້ອມຄະນະຮັບຜິດຊອບວຽກງານເວັບໄຊສ, ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ” ເວັບໄຊ ” ປະຈຳໄຕມາດ l (ຜ່ານກອງປະຊຸມທາງໄກ) ຢູ່ທີ່ຫ້ອງປະຊຸມ ຂອງຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານ ຂອງທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ມີຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຄະນະຮັບຜິດຊອບວຽກງານເວັບໄຊສ ຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍແອັດມິນຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ທ່ານ ພູວັນ ສຸວັນ ກໍໄດ້ສະເໜີຈຸດປະສົງ ແລະ ກ່າວເປີດພິທີຢ່າງເປັນທາງການໂດຍ ທ່ານ ວັນຕຸລາ ຣັກນຸດ ກຳມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະຝຶກອົບຮົມ, ຫຼັງຈາກນັ້ນບັນດາຄະນະຮັບຜິດຊອບວຽກງານເວັບໄຊສ ແຕ່ລະແຂວງ ກໍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ຕໍ່ການຈັດຕັ້ງເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ປະຈຳໄຕມາດ l . ເຊິ່ງມີທັງຂໍ້ສະດວກ ຂໍ້ຫຍຸ້ງຍາກ ແລະ ວິທີແກ້ໄຂໃນຕໍ່ໜ້າ ພ້ອມທັງວາງທິດທາງແຜນການ ປະຈຳໄຕມາດ II (4.5.6) ປີ 2025.

ໃນຕອນທ້າຍກອງປະຊຸມທ່ານປະທານຍັງໄດ້ມີຄໍາເຫັນ ແລະ ເນັ້ນໜັກບາງບັນຫາ, ພ້ອມທັງໃຫ້ສືບຕໍ່ຕິດຕາມກວດກາການເຄື່ອນໄຫວໜ້າ (ເວັບໄຊສ) ຂອງແຂວງຕົນ ບັນດາຄໍລຳຕ່າງໆມີເນື້ອໃນອຸດົມສົມບູນ ມີການເຜີຍແຜ່ຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງ,

ຍົກສູງຄຸນນະພາບດ້ານເນື້ອໃນເປັນຕົ້ນແມ່ນການຂຽນບົດຂ່າວ, ບົດຄວາມ, ສາລະໜ້າຮູ້ບັນດາແອັດມິນ ຕ້ອງໄດ້ຝຶກຝົນຕົນເອງ ຕັ້ງໜ້າຕິດຕາມຂ່າວສານຈາກຫຼາຍໆແຫຼ່ງ ຊອກຮູ້ຊອກອ່ານ, ຄະນະບັນນາທິການກໍຕ້ອງໄດ້ໃຫ້ທິດທາງເພື່ອກໍ່ສ້າງເປັນລຸ້ນສືບທອດ, ເອົາໃຈໃສ່ກຳແໜ້ນບັນດາເນື້ອໃນຂອງ ບົດຂ່າວ, ບົດຄວາມ, ເອກະສານຕ່າງໆ, ສາລະໜ້າຮູ້ ແລະ ອື່ນໆ ໃຫ້ມີຫຼາກຫຼາຍຂື້ນກວ່າເກົ່າ ເພີ່ມທະວີການຊອກຮູ້ບັນດາຂໍ້ມູນທີ່ເປັນປະໂຫຍດ ໃຫ້ມີວາລະມີແຜນການເພື່ອການຈັດຕັ້ງປະຕິບັດໃຫ້ກຳໄດ້ຈື່ງຈະສາມາດຍາດໄດ້ຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa