#ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່

ວັນທີ 15 ຕຸລາ 2025 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ໂດຍການເປັນປະທານຮ່ວມຂອງທ່ານ ພູວັນ ສຸວັນ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ບັນດາພະນັກງານທີ່ກ່ຽວຂ້ອງຈາກພະແນກເຕັກໂນໂລຊີຂໍ້ມູນຂ່າວສານທີ່ຂຶ້ນກັບກົມ, ຄະນະຂະແໜງການ,ກອງວິຊາການທີ່ຂຶ້ນກັບຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.
ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂໍ້ມູນຂ່າວສານຂັ້ນແຂວງໃນໄລຍະຜ່ານມາ ຕະຫຼອດເຖິງຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນດ້ານຕ່າງໆ ແລະ ພາກສະ ເໜີເພື່ອໃຫ້ຂັ້ນເທິງຖັດຕົນໄດ້ນໍາໄປຄົ້ນຄວ້າພິຈາລະນາໃນຂັ້ນຕອນຕໍ່ໄປ . ນອກຈາກນັ້ນຍັງໄດ້ຮັບຟັງການນໍາສະເໜີຜ່ານນິຕິກໍາກ່ຽວກັບສື່ແບບໃໝ່ , ລະບົບຂໍ້ມູນຂ່າວສານອັດຕະໂນມັດ ( Automated Information System ) ,ຄວາມຮູ້ພື້ນຖານກ່ຽວກັບປັນຍາປະດິດ ( AI ) , ການເສີມສີສັນໃຫ້ກັບຂ່າວ ແລະ ຮູບພາບປະກອບຂ່າວ , ຕະຫຼອດເຖິງບົດຮຽນທີ່ຕ້ອງເອົາໃຈໃສ່ໃນການເຜີຍແຜ່ຂໍ້ມູນຂ່າວສານເປັນຕົ້ນແມ່ນດ້ານເນື້ອໃນການໂຄສະນາເຊິ່ງລວມມີ 4 ລັກສະນະຄື : ລັກສະນະຕົວຈິງ, ລັກສະນະສຶກສາອົບຮົມ, ລັກສະນະແນະນໍາ ແລະ ລັກສະນະຕໍ່ສູ້ .
ສໍາລັບໃນຕອນບ່າຍຂອງວັນດຽວກັນຍັງໄດ້ມີການພົບປະສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນຂໍ້ສະດວກ,ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະເພື່ອພ້ອມກັນຊອກຫຶາວິທີແກ້ໄຂໃນຕໍ່ໜ້າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa