ກອງປະຊຸມໃຫຍ່ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ.

     ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມໃຫຍ່ຄັ້ງທີ V ຕິດພັນກັບຂະບວນການແຂ່ງຂັນ 5 ເປັນເຈົ້າ ໃນວັນທີ 31 ພຶດສະພາ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ອຸດອນ ສຸດທິລາດ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ວາດສະໜາ ເລືອງຈັນທະລາດ ຮອງປະທານຄະນນະບໍລິຫານງານສະຫະພັນກຳມະບານແຂວງ, , ມີບັນດາຄະນະຮັບຜິດຊອບກອງປະຊຸມ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຕາງໜ້າກຳມະບານຮາກຖານອ້ອມຂ້າງ ແລະ ສະມາຊິກກຳມະບານພາຍໃນຮາກຖານເຂົ້າຮ່ວມ 40 ທ່ານ, ຍິງ 22 ທ່ານ.

ທ່ານ ອຸດອນ ສຸດທິລາດ ປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຜ່ານບົດລາຍງານການເມືອງໂດຍສະເພາະຜົນງານການຈັດຕັ້ງປະຕິບັດ, ການເຄື່ອນໄຫວວຽກງານກຳມະບານ ແລະ ວຽກງານວິຊາສະເພາະໃນໄລຍະ 5 ປີຜ່ານມາ, ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ມີສະມາຊິກທັງໝົດ 29 ທ່ານ, ຍິງ 15 ທ່ານ, ເຊິ່ງກວມເອົາ 100% ຂອງພະນັກງານທັງໝົດ ກຳມະບານຮາກຖານໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ, ຈັດຕັ້ງເຊື່ອມຊືມແນວທາງ, ວັນສໍາຄັນຕ່າງໆຂອງພັກ-ຂອງຊາດກໍຄືວັນສ້າງຕັ້ງກຳມະກອນສາກົນ, ວັນສ້າງຕັ້ງສະຫະພັນກໍາມະບານລາວ, ໄດ້ເຂົ້າຮ່ວມການສ້າງຂະບວນການວັນສຳຄັນຂອງຊາດ-ຂອງພັກ, ຂອງກຳມະບານເປັນຕົ້ນ: ຂະບວນການອອກແຮງງານລວມ, ຍ່າງເພື່ອສຸຂະພາບ, ເຊິ່ງຕິດພັນກັບເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ທີ່ຍົກໃຫ້ເຫັນ ຜົນງານດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ ພ້ອມກັບການສືບຕໍ່ ແລະ ນຳໄປປັບປຸງແກ້ໄຂໃນຕໍ່ໜ້າ; ພ້ອມດຽວກັນນີ້ກໍ່ໄດ້ຜ່ານຂໍ້ຕົກລົງຂອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງວ່າດ້ວຍການຍ້ອງຍໍກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານກຳມະບານຮອບດ້ານຕິດພັນກັບຂະບວນການ 5 ເປັນເຈົ້າ, ບຸກຄົນໄດ້ຮັບການຍ້ອງຍໍຈຳນວນ 26 ທ່ານ, ຍີງ 15 ທ່ານ ແລະ 1 ກຳມະບານຮາກຖານ ພ້ອມທັງຕິດປ້າຍນາມມະຍົດກຳມະບານ 5 ເປັນເຈົ້າ, ເປັນກຽດຜັດປ່ຽນກັນມອບໂດຍທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະໂຄສະນາອົບຮົມແຂວງ ແລະ ທ່ານ ວາດສະໜາເລືອງຈັນທະລາດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງ.
ຕໍ່ຈາກນັ້ນກໍ່ໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ລົງສະໝັກເລືອກຕັ້ງຄະນະກຳມະບານຊຸດໃໝ່ ເຊີ່ງປະກອບມີ 5 ທ່ານ ໃນນັ້ນໄດ້ປ່ອນບັດຄັດເລືອກເອົາ 3 ທ່ານ ຄື: 1. ທ່ານ ແສງສຸລິຍາ ລັດຖະຈັກ ເປັນປະທານກຳມະບານຮາກຖານ, 2. ທ່ານ ເກດສະດາ ພິມມະເສນ ເປັນຮອງປະທານ ທັງເປັນປະທານກວດກາ, 3. ທ່ານ ນາງ ເພັດລຳໄພ ວໍລະຈັກ ເປັນຄະນະ.
ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນ ທ່ານ ວາດສະໜາ ເລືອງຈັນທະລາດ ຮອງປະທານຄະນະບໍລິຫານງານສະຫະພັນກຳມະບານແຂວງໄດ້ໂອ້ລົມຕໍ່ກອງປະຊຸມ ທ່ານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ການຊີ້ນຳ-ນຳພາ ຂອງຄະນະຊຸດເກົ່າ ແລະ ບັນດາສະມາຊິກກຳມະບານໃນໄລຍະຜ່ານມາ, ພ້ອມກັນນັ້ນ ທ່ານຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍຕໍ່ຂໍ້ຄົງຄ້າງ ທີ່ຈະຕ້ອງໄດ້ພ້ອມກັນສຸມໃສ່ຢ່າງຕັ້ງໜ້າ ແລະ ໄດ້ເນັ້ນໜັກມາຍັງຄະນະກຳມະບານຊຸດໃໝ່ ຕ້ອງໄດ້ສູ້ຊົນສ້າງຜົນງານປະກອບສ່ວນຢ່າງແຂງແຮງ, ເອົາໃຈໃສ່ຕໍ່ການປະຕິບັດກົດໝາຍຂອງພະນັກງານ ລັດຖະກອນວາງອອກ ກໍຄືການປະຕິບັດກົດໝາຍວ່າດ້ວຍກຳມະບານລາວ ແລະ ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນ ເພື່ອພັດທະນາປະເທດຊາດ ແລະ ອົງກອນໃຫ້ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa