ການນໍາຂັ້ນສູງແຂວງຄໍາມ່ວນເຂົ້າຮ່ວມໄຫວ້ອາໄລຂອງສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິຫວຽດນາມ.

     ໃນຕອນບ່າຍຂອງວັນທີ 25 ກໍລະກົດ 2024 ຢູ່ທີ່ສໍານັກງານກົງສູນໃຫຍ່ ສສ ຫວຽດນາມ ປະຈໍາແຂວງສະຫວັນນະເຂດ ( ພາກກາງ )  ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ເຂົ້າຮ່ວມໄຫວ້ອາໄລຕໍ່ການມໍຣະນະກໍາຂອງ ສະຫາຍ ຫງວຽນ ຟູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ພ້ອມດ້ວຍການນໍາຂັ້ນສູງຂອງແຂວງຄໍາມ່ວນ ນໍາໂດຍສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນພ້ອມດ້ວຍຄະນະ, ໂດຍມີສະຫາຍ ນາງ  ດັ້ງ ທິ ຮາຍ ເຕີມ ກົງສູນໃຫຍ່ຫວຽດນາມ ປະຈໍາແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບ.

      ໃນໂອກາດນີ້ສະຫາຍ ວັນໄຊ ພອງສະຫວັນໃນນາມຕາງໜ້າໃຫ້ແກ່ຄະນະບໍລິຫານງານພັກແຂວງ , ອົງການປົກຄອງແຂວງ , ແນວລາວສ້າງຊາດແຂວງຄໍາມ່ວນກໍ່ໄດ້ລົງນາມເພື່ອສະແດງຄວາມໂສກເສົ້າ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການມໍຣະນະກໍາຂອງສະຫາຍ ຫງວຽນ ຟຸຈ໋ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມເຊິ່ງເປັນການສູນເສຍການນໍາຂັ້ນສູງສຸດ ແລະ ແສນເຄົາລົບຮັກຂອງສາທາລະນະລັດ ສັງຄົມນິຍົມ ຫວຽດນາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa