ຄະນະກວດກາ ຄອສພ ສືບຕໍ່ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຍົມມະລາດ.

ໃນວັນທີ 7 ສິງຫາ 2024 ທີ່ຫ້ອງປະຊຸມສຳນັກງານເມືອງຍົມມະລາດ. ທ່ານ ນ ວິລະວອນ ພັນທະວົງ ກຳມະການປະຈຳພັກ, ປະທານກວດກາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ພ້ອມຄະນະ ສືບຕໍ່ເຄື່ອນໃຫວຕິດຕາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມຢູ່ເມືອງຍົມມະລາດ. ໃຫ້ກຽດຕ້ອນຮັບໂດຍທ່ານ ຄູນສີ ແສງດາລາ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານພັກ-ພະນັກງານ, ທ່ານ ສີຄຳ ແພງພົງພັນ ຫົວໜ້າຄະນະໂຄສະນາອົບຮົມເມືອງ ໂດຍມີທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ພະນັກງານຄະນະໂຄສະນາອົບຮົມເມືອງຍົມມະລາດເຂົ້າຮ່ວມ.

ເພື່ອຕິດຕາມ, ຊຸກຍູ້ວຽກງານກວດກາຢູ່ຄະນະໂຄສະນາອົບຮົມເມືອງ, ເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໃຫວຂອງກົມກວດກາ ສະບັບເລກທີ 253/ຄອສພ ລົງວັນທີ່ 29 ພະຈິກ 2022, ເສີມຂະຫຍາຍດ້ານຕັ້ງໜ້າ, ປັບປຸງແກ້ໄຂດ້ານປະກົດການຫຍໍ້ທໍ້ ຂອງສະມາຊິກພັກ-ພະນັກງານ ແຕ່ລະຂັ້ນໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງທາງດ້ານແນວຄິດ, ການຈັດຕັ້ງ, ແບບແຜນວິທີນຳພາ, ວິທີເຮັດວຽກ ແລະ ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກແຂວງ ແລະ ມະຕິກອງປະຊຸມໃຫຍ່ຂອງຄະນະບໍລິຫານງານພັກເມືອງ. ກອງປະຊຸມຍັງໄດ້ຮັບຟັງການລາຍງານກ່ຽວກັບສະພາບ ແລະ ຈຸດພິເສດຂອງເມືອງ ພ້ອມທັງຮັບຟັງການໂອ້ລົມຂອງທ່ານ ນ ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດກາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ອີກດ້ວຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa