ຄະນະໂຄສະນາອົບຮົມແຂວງຄໍາມ່ວນຮ່ວມປະຊຸມສ່ອງແສງ ວຽກງານເວັບໄຊ ປະຈໍາໄຕມາດ 3 ໃນຂອບເຂດທົ່ວປະເທດຜ່ານລະບົບທາງໄກ

ຄະນະໂຄສະນາອົບຮົມແຂວງຄໍາມ່ວນຮ່ວມປະຊຸມສ່ອງແສງ
ວຽກງານເວັບໄຊ ປະຈໍາໄຕມາດ 3 ໃນຂອບເຂດທົ່ວປະເທດຜ່ານລະບົບທາງໄກ
——————-
ກອງປະຊຸມສ່ອງແສງວຽກງານເວັບໄຊ ປະຈໍາໄຕມາດ 3 ປີ 2025 ໃນຂອບເຂດທົ່ວປະເທດຜ່ານລະບົບທາງໄກແມ່ນໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 04 ກັນຍາ 2025 ໂດຍການເປັນປະທານຂອງທ່ານ ວັນຕຸລາ ຣັກນຸດ ກໍາມະການຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ນາງ ພວງມະລີ ອັກຄະມູນຕີ ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານຄະນະໂຄສະນາອົບຮົມສູນກາງພັກພ້ອມດ້ວຍບັນດາພາກສ່ວນກ່ຽວຂ້ອງຂອງຄະນະໂຄສະນາອົບຮົມສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມປະຊຸມໃນຄັ້ງນີ້.
ສະເພາະຄະນະໂຄສະນາອົບຮົມແຂວງຄໍາມ່ວນນໍາໂດຍທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍພະນັກງານວິຊາການໃນຂະແໜງຂໍ້ມູນຂ່າວສານ ແລະ ບັນດາຂະແໜງການ,ກອງວິຊາການທີ່ເຮັດວຽກງານສື່ມວນຊົນຂອງພະແນກ ຖວທ ແຂວງ ພາຍຫຼັງທີ່ໄດ້ມອບໂອນວຽກມາຂຶ້ນກັບຄະນະໂຄສະນາອົບຮົມແຂວງກໍ່ໄດ້ເຂົ້າຮ່ວມ .
ໃນວາລະຂອງການດໍາເນີນກອງປະຊຸມຕາງໜ້າຄະນະໂຄສະນາອົບຮົມຈາກບັນດາແຂວງຕ່າງໆກໍ່ໄດ້ມີລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຕົນໃນໄລຍະໄຕຣມາດ 3 ຜ່ານມາໂດຍສະເພາະແມ່ນການເຄື່ອນໄຫວໂຄສະນາວຽກງານຂ່າວສານຜ່ານທາງເວັບໄຊຂອງຄະນະໂຄສະນາອົບຮົມ ຕະຫຼອດເຖິງຂໍ້ສະດວກ,ຂໍ້ຫຍຸ້ງຍາກ,ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແກ້ໄຂໃນຕໍ່ໜ້າ . ນອກຈາກນັ້ນທ່ານ ນາງ ພວງມະລີ ອັກຄະມູນຕີ ກໍາມະການຄະນະພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານຄະນະໂຄສະນາອົບຮົມສູນກາງພັກ ແລະ ຕາງໜ້າບັນດາແຂວງຍັງໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດການພາຍຫຼັງມີການໂຮມວຽກ,ໂຮມຄົນ,ລວມເຖິງພາລະບົດບາດ ແລະ ຂອດງົບປະມານບໍລິຫານວຽກງານຕ່າງໆ.
ຂ່າວ-ພາບ : ແດງສະຫວັດ ແສນພານິດ.
020-55306493

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa