ຄະນະໂຄສະນາອົບຮົມແຂວງຮັບຕ້ອນຄະນະກວດກາ ຄອສພ ລົງມາເຮັດວຽກຢູ່ແຂວງຄຳມ່ວນ.

ວັນທີ 6 ສິງຫາ 2024 ຄະນະກວດກາ ຄະນະໂຄສະນາອົບຮົມສູນກາງພັກນໍາໂດຍ ທ່ານ ນ. ວິລະວອນ ພັນທະວົງ ກໍາມະການປະຈໍາພັກ, ປະທານກວດກາພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ມີທ່ານ ນ ຫຼ້າຊ້ອຍ ກອງແກ້ວມະນີວົງ, ຮອງຫົວໜ້າກົມກວດກາ, ພ້ອມຄະນະ, ລົງມາເຄື່ອນໄຫວວຽກງານ, ຕິດຕາມ ແລະ ຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ແຂວງຄຳມ່ວນ. ຈຸດປະສົງກໍເພື່ອລົງຕິດຕາມກວດກາ ການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການວຽກງານໂຄສະນາ ແລະ ແນະນຳກະກຽມການດຳເນີນກອງປະຊຸມ ປະຈຳປີ 2024, ຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ່ X ຂອງຄະນະບໍລິຫານງານພັກແຂວງ, ມະຕິກອງປະຊຸມໃຫຍ່ ຄະນະບໍລິຫານງານພັກເມືອງ, ຕິດຕາມຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະ ຂອງຄະນະໂຄສະນາອົບຮົມແຂວງ ແລະ ເມືອງ, ເກັບກຳຜົນໄດ້ຮັບຈາກບັນດາໂຄງການຝຶກອົບຮົມໃຫ້ເປົ້າໝາຍຕ່າງໆຂອງບັນດາກົມພາຍໃນຄະນະໂຄສະນາອົບຮົມສູນກາງພັກ, ຊຸກຍູ້ແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວສະມາຊິກພັກ-ພະນັກງານ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ໂດຍການເຂົ້າພົບ ແລະ ຮັບຟັງລາຍງານຫຍໍ້ການເຄືອນວຽກງານການເມືອງ-ແນວຄິດ ຂອງທ່ານ ວົງເພັດ ຈິດປັນຍາ, ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ. ເຊິ່ງໄດ້ຖືສໍາຄັນໃນການນຳພາສະພາບແນວຄິດ ຂອງພະນັກງານ, ສະມາຊິກພັກ ພາຍໃນແຂວງໃຫ້ມີຄວາມອຸ່ນອຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນ ຕໍ່ການນຳພາຂອງພັກ ແລະ ເປັນເຈົ້າການຍົກສູງຄວາມຮັບຜິດຊອບເຮັດວຽກງານຕາມພາລະບົດບາດ, ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະໃຫຍ່ຂອງພັກ, ມະຕິກອງປະຊຸມໃຫຍ່ຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງເປັນຕົ້ນ. ໃນເວລາຕໍ່ມາກໍ່ໄດ້ເຂົ້າເຮັດວຽກກັບຄະນະໂຄສະນາອົບຮົມແຂວງຄຳມ່ວນ ໂດຍມີທ່ານ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມຄະນະ ແລະ ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ ຫຼັງຈາກນັ້ນກໍ່ສືບຕໍ່ລົງເຄື່ອນໄຫວຢູ່ເມືອງມະຫາໄຊ ແລະ ເມືອງຍົມມະລາດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa