ຍົກລະດັບດ້ານວິຊາສະເພາະວຽກງານໂຄສະນາ-ປາຖະກະຖາ ໃຫ້ພະນັກງານຫຼັກແຫຼ່ງ ຢູ່ເມືອງຫີນບູນ.


ວັນທີ 4-6 ມີຖຸນາ 2024 ທີ່ຜ່ານມາຄະນະໂຄສະນາອົບຮົມສູນກາງ ແລະ ຄະນະໂຄສະນາແຂວງ ລົງເປີດຊຸດຝຶກອົບຮົມວຽກງານໂຄສະນາປາຖະກະຖາໃຫ້ພະນັກງານຫລັກແຫລ່ງ ແລະ ນາຍບ້ານອ້ອມຂ້າງເມືອງ ທີ່ສະໂມສອນ ເມືອງຫີນບູນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງຫີນບູນ, ທາ່ນ ບົວວົງ ພົມພັກດີ ຮອງຫົວໜ້າກົມໂຄສະນາຄະນະໂຄສະນາສູນກາງພັກ. ພ້ອມດ້ວຍຄະນະ, ມີນັກສໍາມະນາກອນເຂົ້າຮ່ວມຈຳນວນທັງໝົດ 45 ທ່ານ, ຍິງ 21 ທ່ານ, ໂດຍປະຕິບັດຕາມໂຄງການຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກ, ເອກະສານທີ່ໃຊ້ເຂົ້າໃນການຝຶກອົບຮົມປະກອບມີ 4 ເນື້ອໃນຄື: 1: ບັນຫາພື້ນຖານຂອງວຽກງານໂຄສະນາ; 2: ຝຶກຜົນຄວາມສາມາດໃນການຂຽນເອກະສານ; 3: ຄຸນລັກສະນະ ແລະ ສິນລະປະວາທະສິນໃນການໂຄສະນາ-ປາຖະກະຖາ; 4: ໂຄສະນາຜ່ານສື່ ແລະ ການນຳໃຊ້ໂທລະໂຄງຂັ້ນບ້ານ.
ໃນພິທີ ທ່ານ ເທວາ ສີໂສພາ ຮອງເລຂາພັກເມືອງຮອງເຈົ້າເມືອງໆຫີນບູນ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ.
ການຝຶກອົບຮົມຄັ້ງນີ້ ເພື່ອຍົກລະດັບວິຊາສະເພາະ ໃຫ້ຜູ້ທີ່ເຮັດວຽກງານການເມືອງແນວຄິດ ຢູ່ຂັ້ນພະນັກງານຫຼັກແຫຼ່ງ ແລະ ນາຍບ້ານ, ຮອງນາຍບ້ານ ອ້ອມຂ້າງເມືອງ ຫີນບູນ ໃຫ້ສອດຄ່ອງໃນການເຄື່ອນໄຫວວຽກງານ ໂຄສະນາ ປາຖະກະຖາ ໃນໄລຍະໃໝ່, ພາຍຫຼັງສໍາເລັດການຜ່ານເອກະສານທັງ 4 ບົດແລ້ວທາງຄະນະຮັບຜິດຊອບຊຸດຝຶກອົບຮົມ ຍັງໄດ້ຈັດແບ່ງກຸ່ມການຄົ້ນຄວ້າອອກເປັນ 4 ຫນ່ວຍເພື່ອໃຫ້ຕາງໜ້າແຕ່ລະໜ່ວຍໄດ້ຂື້ນມາສາທິດບົດຂອງຕົນ ໃນການຈັດແບ່ງກຸ່ມນີ້ກໍເພື່ອໃຫ້ນັກສຳມະນາກອນໄດ້ມີໂອກາດຝຶກຜົນການປາຖະກະຖາ ແລະ ຖອດຖອນແລກປ່ຽນບົດຮຽນໄປພ້ອມທັງເປັນການປະເມີນຄວາມເຂົ້າໃຈຂອງນັກສຳມະນາກອນຕໍ່ວຽກງານວິຊາສະເພາະດ້ານການໂຄສະນາ-ປາຖະກະຖາເພື່ອໄປປະຕິບັດຕົວຈິງຢູ່ຂັ້ນຂອງຕົນ. ພາຍຫລັງສຳເລັດການຝືກອົບຮົມຄະນະໂຄສະນາອົບຮົມແຂວງກໍໄດ້ມອບໃບຢັ້ງຢືນໃຫ້ ນັກສຳມະນາກອນທີ່ເຂົ້າຮ່ວມ ເພື່ອເປັນບ່ອນອີງ ເປັນກຽດມອບໃບຢັ້ງຢືນໂດຍ ທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ,
ໃນພິທີ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກພັກ-ພະນັກງານ, ຍັງໄດ້ມີຄຳເຫັນໂອ້ລົມ, ຮຽກຮ້ອງມາຍັງຜູ້ທີ່ເຂົ້າຮ່ວມຝືກອົບຮົມທຸກທ່ານຕ້ອງສືບຕໍ່ເອົາໃຈໃສ່ເສີມຂະຫຍາຍເນື້ອໃນເອກະສານດັ່ງກ່າວໃຫ້ກວ້າງຂວາງເລິກເຊິ່ງ ພ້ອມນຳເອົານິຕິກຳຕ່າງໆລົງເຜີຍແຜ່ສູ່ຮາກຖານໂດຍສະເພາະແມ່ນປະຊາຊົນແຕ່ລະຂົງເຂດ, ສ້າງບຸກຄະລາກອນທີ່ສາມາດເປັນເສນາທິການໃຫ້ຂັ້ນເທິງ. ນໍາພາພໍ່ແມ່ປະຊາຊົນທຸກຊັ້ນຄົນໃຫ້ມີຄວາມຕື່ນຕົວສູງ ແລະ ຄວາມສາມັກຄີປອງດອງກັນພາຍໃນບ້ານ ກໍຄືເມືອງ.
ຕອນທ້າຍພິທີ ທ່ານ ເທວາ ສີໂສພາ ກໍໄດ້ກ່າວປິດຊຸດຝຶກອົບຮົມລົງຢ່າງເປັນທາງການ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa