ດ່ານສາກົນນາເພົ້າ ເປີດກອງປະຊຸມສະຫຼຸບການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ.

     ໃນວັນທີ 03 ພຶດສະພາ 2024 ທີ່ຜ່ານມາ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງຄຳມ່ວນ, ໄດ້ໃຫ້ກຽດເຂົ້າຮ່ວມເປັນປະທານ ເປີດກອງປະຊຸມສະຫຼຸບວຽກງານຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ປະຈຳປີ 2023 ແລະ ສືບຕໍ່ຂະບວນການ ແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ທີ່ດ່ານສາກົນນາເພົ້າ, ມີບັນດາຫົວໜ້າຄຸ້ມຄອງດ່ານ, ພະແນກ, ຂະແໜງ, ແຂກຖຶກເຊີນ ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ພັທ ພົມມະນີ ໄຊຍະລາດ ຫົວໜ້າຄຸ້ມຄອງດ່ານສາກົນນາເພົ້າ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປະຈຳປີ 2023 ພາຍໃຕ້ຄໍາຂວັນ ຮັກຊາດ ແລະ ພັດທະນາ ເຊີ່ງໃນ 01 ປີຜ່ານມາ ຄະນະຄຸ້ມຄອງໄດ້ເອົາໃຈໃສ່ຊຸກຍູ້ໃຫ້ແຕ່ລະຂະແໜງການພາຍໃນດ່ານ ດຳເນີນສຶກສາອົບຮົມ ການເມືອງນຳພາ-ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນຢ່າງຕໍ່ເນື່ອງ, ເປັນປະຈຳ ແລະ ເປັນປົກກະຕິ, ເຊື່ອມຊຶມບັນດານິຕິກຳ ແລະ ນຳພາຜັນຂະຫຍາຍເຂົ້າສູ້ວຽກງານຕົວຈິງຢ່າງມີປະສິດທິຜົນ, ຈຶ່ງເຮັດໃຫ້ພະນັກງານແຕ່ລະຂັ້ນມີແນວຄິດໜັກແໜ້ນ, ມີຄວາມອຸ່ນອ່ຽງທຸ່ນທ່ຽງ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດທີ່ວາງອອກ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເຊີ່ງມັນສະແດງອອກໃນໄລຍະຜ່ານມາສາມາດກວດຄົນເຂົ້າ-ອອກເມືອງໄດ້ 229,124 ຄົນ, ຍິງ 33,203 ຄົນ, ເດັກນ້ອຍ 5,246 ຄົນ, ພາຫະນະເຂົ້າ-ອອກທັງໝົດ 162,525 ຄົນ, ວຽກງານພາສີ ສາມາດຈັດເກັບລາຍຮັບປະຈຳປີຕາມຕົວເລກແຜນການປີ 2023 ຈໍານວນ 162,400,000,000 ກິບ, ສາມາດຈັດເກັບໄດ້ 160,872,161,280 ກີບ ເທົ່າກັບ 99,06% ຂອງແຜນເກັບພາສີ. ຈາກນັ້ນທ່ານ ຄູນມີ ແສນປັນຍາ ຫົວໜ້າຂະແໜງຄຸ້ມຄອງເອກະສານ, ແຂ່ງຂັນ ແລະ ຍ້ອງຍໍ ຕາງໜ້າພະແນກພາຍໃນແຂວງ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໆຄຳມ່ວນ ສະບັບເລກທີ 566/ຈຂ ລົງວັນທີ 02 ເມສາ 2024 ວ່າດ້ວຍການຍ້ອງຍໍສັນລະເສີນບຸກຄົນ ທີ່ມີຜົນງານປະກອບສ່ວນ ເຫື່ອແຮງ-ສະຕິປັນຍາ ເຂົ້າໃນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ປະຈຳປີ 2023 ໂດຍໃນນີ້ມີຜູ້ໄດ້ຮັບໃບຍ້ອງຍໍຂັ້ນແຂວງຈຳນວນ 18 ທ່ານ, ຍິງ 02 ທ່ານ ແລະ ໄດ້ຮັບໃບຍ້ອງຍໍຂັ້ນຮາກຖານມີຈໍານວນ 74 ທ່ານ, ຍິງ 01 ທ່ານ, ເປັນກຽດມອບໃບຍ້ອງຍໍໂດຍ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ພ້ອມທັງໄດ້ຮ່ວມກັນຈັບມືແຂ່ງຂັນ ເພື່ອພ້ອມກັນນຳເອົາເນື້ອໃນຂໍ້ແຂ່ງຂັນດັ່ງກ່າວໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.
ໃນໂອກາດດຽວກັນນັ້ນ ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາທ່ານຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງໄດ້ເນັ້ນໜັກໃຫ້ຄະນະພັກຮາກຖານ ແຕ່ລະຂັ້ນ ຈົ່ງສືບຕໍ່ເປັນເຈົ້າການນຳພາ-ຊີ້ນຳ ພະນັກງານ ພາຍໃນກົມກອງຂອງຕົນ ດ້ວຍການຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ເພີ່ມທະວີຄວາມສາມັກຄີພາຍໃນ, ພາຍນອກໃຫ້ແໜ້ນແຟ້ນ ແລະ ກວ້າງຂວາງ, ເປັນເຈົ້າການໃນການປະຕິບັດຂໍ້ກຳນົດ, ກົດລະບຽບຂອງກຳລັງວາງອອກຢ່າງເຂັ້ມງວດ, ໄປຄຽງຄູ່ກັບການສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ໃນຫົວຂໍ້ ບໍລິການດີ: ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ປອດໄພ ແລະ ມີຄວາມເປັນທຳ. ໃຫ້ຜູ້ທີ່ມາໃຊ້ບໍລິການມີຄວາມເພິ່ງພໍໃຈ ແລະ ຫັນເອົາການປັບປຸງພຶດຕິກຳ ການກະທຳ, ການດຳລົງຊີວິດ ຂອງພະນັກງານ-ລັດຖະກອນໃຫ້ທຽບທັນກັບຍຸກສະໄໝ 4,0 ໃນປັດຈຸບັນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa