ວັນທີ 21-22 ທັນວາ 2023 ທີ່ຫ້ອງປະຊຸມນ້ອຍຫ້ອງວ່າການແຂວງຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ໂດຍການເປັນປະທານຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນແຂວງ, ພ້ອມດ້ວຍຄະນະພັກຮາກຖານ ຕະຫຼອດເຖິງສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ.
ໃນກອງປະຊຸມຄະນະຮັບຜິດຊອບການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ,ໜັກແໜ້ນຂັ້ນແຂວງ ໄດ້ຜ່ານເອກະສານຄຸນທາດການເມືອງ ແລະຄຸນສົມບັດສິນທຳປະຕິວັດ, ຄຳສັ່ງເລກທີ 01/ກມສພ, ລົງວັນທີ 3 ມັງກອງ 2018 ວ່າດ້ວຍການເພີ້ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະບົດຄຳແນະນຳຂອງຄະນະປະຈຳພັກແຂວງ ສະບັບເລກທີ 07/ ຄປຈ.ຄມ, ລົງວັນທີ 21 ມີຖຸນາ 2021 ກ່ຽວກັບການເພີ້ມທະວີວຽກງານກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຜ່ານເອກະສານ 7 ໜ້າທີ່ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ, ຈາກນັ້ນກໍໄດ້ຜ່ານໃບສໍາຫຼວດ, ຕີລາຄາການຊີ້ນໍາ-ນຳພາຂອງຄະນະພັກ, ສະມາຊິກພັກ, ພ້ອມທັງປະກອບຄຳເຫັນ, ຕີລາຄາຄຸນນະພາບ, ແບ່ງປະເພດຕົນເອງ ແລະ ສະມາຊິກພັກພາຍໃນໜ່ວຍ ຕາມ 5 ມາດຖານ ຂອງການປະເມີນຕໍ່ການປະຕິບັດໜ້າທີ່ການເມືອງຄື: ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ດ້ານແນວຄິດ, ດ້ານສະຕິການຈັດຕັ້ງ ແລະ ລະບຽບວິໄນພາຍໃນພັກ, ດ້ານແບບແຜນການນຳພາ ແລະ ວິທີເຮັດວຽກ, ດ້ານຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ແລະ ໄປພ້ອມກັບການສຳຫຼວດ, ຕີລາຄາຈັດປະເພດຂອງສະມາຊິກພັກ, ຄະນະພັກ ແລະ ໜ່ວຍພັກ ຫຼັງຈາກນັ້ນຄະນະໜ່ວຍພັກກໍຜ່ານຮ່າງບົດສະຫຼຸບຂອງໜ່ວຍພັກ ປະຈຳປີ 2023 ແລະ ທິດທາງແຜນການຄາດໝາຍສູ່ຊົນປີ 2024 ໂດຍ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ ຄະນະໂຄສະນາອົບຮົມແຂວງ.
ໃນຕອນທ້າຍ ສະຫາຍ ສົມພົງ ວັນໄພທອງ ຍັງມີຄຳເຫັນຊີ້ນຳສະມາຊິກພັກທຸກສະຫາຍໃຫ້ເອົາໃຈໃສ່ໃນວຽກງານຊີວິດການເມືອງ, ແກ້ໄຂຈຸດອ່ອນຂອງຕົນເອງ ແລະ ໝູ່ຄະນະ ສ່ອງແສງເພື່ອສົ່ງເສີມ ແລະ ແກ້ໄຂໃຫ້ມີບາດກ້າວໃໝ່ດີກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຄາດໝາຍສູ້ຊົນທີ່ວາງໄວ້ດ້ວຍຄວາມຮັບຜິດຊອບສູງ ແລະ ຜັນຂະຫຍາຍມະຕິຕ່າງໆທີ່ໄດ້ຮັບມອບໝາຍໃຫ້ ສຳເລັດເພື່ອຮັກສາໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ.