ປາຖະກະຖາ 3 ວັນສໍາຄັນທາງປະຫວັດສາດຂອງຊາດ.

ວັນທີ 17 ພຶດສະພາ 2024 ທີ່ສະໂມສອນຂອງແຂວງຄໍາມ່ວນ ຄະນະໂຄສະນາອົບຮົມແຂວງໄດ້ຈັດພິທີປາຖະກະຖາເອກະສານ 3 ວັນສໍາຄັນທາງປະຫວັດສາດຂອງຊາດຄື: ວັນໄຊຊະນະບັ້ນຮົບດຽນບຽນຟູຄົບຮອບ 70 ປີ (7 ພຶດສະພາ 1954-7 ພຶດສະພາ 2024), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວີລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 65 ປີ (18 ພຶດສະພາ 1959 -18 ພຶດສະພາ 2024) ແລະ ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດຄົບຮອບ 64 ປີ (24 ພຶດສະພາ 1960-24 ພຶດສະພາ 2024) ໂດຍການປາຖະກະຖາຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນໍາວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ, ມີ ທ່ານ ສົມພົງ ວັນໄພທອງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ການນໍາຫຼັກແຫຼ່ງຈາກພະແນກການ, ອົງການທຽບເທົ່າຂັ້ນແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດເຂົ້າຮ່ວມທັງໝົດ 425 ທ່ານ, ຍິງ 154 ທ່ານ, ສະມາຊິກພັກ 178 ສະຫາຍ, ຍິງ 77 ສະຫາຍ.

ທ່ານ ວົງເພັດຈິດປັນຍາ ໄດ້ຍົກໃຫ້ເຫັນ ເຖິງຄວາມໝາຍຄວາມສໍາຄັນຂອງໄຊຊະນະບັ້ນຮົບດຽນບຽນຟູ, ສະພາບແວດລ້ອມໃນອິນດູຈີນ, ສະພາບຂອງສັດຕູ, ແຜນຍຸດທະສາດປົດປ່ອຍດຽນບຽນຟູຂອງພັກກອມມູນິດຫວຽດນາມ ເຊິ່ງໄຊຊະນະດຽນບຽນຟູແມ່ນໄຊຊະນະທີ່ສະຫວ່າງສະໄຫວທີ່ສຸດໃນປະຫວັດສາດການຕໍ່ສູ້ຕ້ານການຮຸກຮານຈາກຈັກກະພັດພາຍນອກຂອງປະຊາຊົນຫວຽດນາມທີ່ມີກຽດສະຫງ່າ ໄດ້ຖືກບັນທຶກເຂົ້າໃນປະຫວັດສາດຂອງຊາດ ແລະ ຂອງໂລກຢູ່ໃນສະຕະວັດທີ 20 ເພາະໄດ້ທັບມ້າງທີ່ຕັ້ງຂອງລະບົບຫົວເມືອງຂຶ້ນຂອງລັດທິຈັກກະພັດ ມັນໄດ້ເຮັດໃຫ້ສັດຈະທຳມີຄວາມສະຫວ່າງສະໄຫວຂຶ້ນ ຢູ່ໃນຊາດໜຶ່ງທີ່ເຄີຍເປັນຫົວເມືອງຂຶ້ນເຄິ່ງສັກດີນາດິນແດນບໍ່ກວ້າງໃຫຍ່ປະຊາກອນບໍ່ຫລາຍ ເສດຖະກິດຫລ້າຫລັງ ແລະ ຂະຫຍາຍຕົວຊັກຊ້າ ກຳລັງທະຫານຍັງອ່ອນນ້ອຍພາຫະນະອຸປະກອນຍັງມີໜ້ອຍແຕ່ມີຄວາມສາມັກຄີຢ່າງແໜ້ນແຟ້ນ ມີການຊີ້ນຳ-ນຳພາຂອງພັກ ແລະ ປະທານ ໂຮ່ຈີ່ມິນ ຜູ້ນຳທີ່ຍິ່ງໃຫຍ່ ຮູ້ໝູນໃຊ້ກຳລັງປະກອບອາວຸດທົ່ວປວງຊົນ ເພື່ອເຮັດສົງຄາມປະຊາຊົນສາມາດຕີເອົາໄຊ ຊະນະກັບສັດຕູຜູ້ທີ່ມາຮຸກຮານທີ່ມີພື້ນຖານເສດຖະກິດ ແລະ ການທະຫານເຂັ້ມແຂງ ແລະ ທັນສະໄຫມກວ່າຫລາຍເທົ່າ. ໄຊຊະນະດຽນບຽນຟູບໍ່ພຽງແຕ່ແມ່ນໄຊຊະນະຂອງປະຊາຊົນຫວຽດນາມ ແຕ່ຍັງແມ່ນໄຊຊະນະຂອງປະຊາຊົນລາວ ແລະ ປະຊາຊົນກຳປູເຈຍ ທີ່ໄດ້ຮ່ວມສຳພັນສູ້ຮົບ, ຮ່ວມຂຸມຄອງຕ້ານກັບສັດຕູໂຕດຽວກັນເພື່ອປົດປ່ອຍຕົນເອງ ໄຊຊະນະດັ່ງກ່າວໄດ້ດັບມອດເຈດຈຳນົງ ແລະ ການຮຸກຮານຂອງລັດທິລ່າເມືອງຂຶ້ນແບບເກົ່າ ບັງຄັບໃຫ້ລັດຖະບານຝຣັ່ງຈຳຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບອິນດູຈີນ ຮັບຮູ້ຄວາມເປັນເອກະລາດແຫ່ງຊາດ ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຫວຽດນາມ, ລາວ ແລະ ກຳປູເຈຍ. ພ້ອມນີ້ ຍັງໄດ້ເລົ່າຄືນເອກະສານວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ແຂວງຊຽງຂວາງ ແລະ  ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ໂດຍຍົກໃຫ້ເຫັນມູນເຊື້ອອັນສະຫງ່າງາມ, ຄວາມເສຍສະຫລະຂອງບັນພະບູລຸດກໍ່ຄືບັນດາທ່ານອາດີດການນໍາ ພາຍໃຕ້ການນຳພາອັນປີຊາສາມາດສະຫຼາດສ່ອງໃສຂອງພັກປະຊາຊົນປະຕິບັດລາວ,  ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນຜ່ານຜ່າອຸປະສັກນາໆ ປະການ, ກ້າເສຍສະຫລະຊີວິດເລືອດເນື້ອເພື່ອປະເທດຊາດ ແລະ ຍາດໄດ້ໄຊຊະນະໃນການນໍາພາ-ຊີ້ນໍາໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ.

ຈຸດປະສົງໃນການປາຖະກະຖາຄັ້ງນີ້ເພື່ອເປັນການສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ ແລະ ປະຊາຊົນໃນທົ່ວສັງຄົມມີຄວາມຮັບຮູ້, ເຂົ້າໃຈ ແລະ ຮໍ່າຮຽນແບບຢ່າງອັນດີງາມ, ຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ,  ເພື່ອທົບທວນຄືນມູນເຊື້ອອົງອາດກ້າຫານຂອງກອງທັບ, ຂອງຜູ້ນຳພັກ ແລະ ລັດ ໂດຍສະເພາະການນໍາພາຊີ້ນໍາອັນສະຫຼາດສ່ອງໃສຂອງພັກໃນການຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ແລະ ວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ, ເພື່ອເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມມືສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດອິນດູຈີນ ລາວ-ຫວຽດນາມ-ກຳປູເຈຍ ເຂົ້າໃນການພົວພັນຮ່ວມມືໃນໄລຍະໃໝ່ໃຫ້ຂະຫຍາຍຕົວຍິ່ງຂຶ້ນ, ທັງເພື່ອເສີມຂະຫຍາຍມູນເຊື້ອນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ປຸກລະດົມຊຸກຍູ້ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງໃນທ້າຍສະໄໝໃຫ້ປະກົດຜົນເປັນຈິງ ແລະ ເພື່ອປຸກລະດົມສ້າງຂະບວນການເຂົ້າສູ່ກອງປະຊຸມໃຫຍ່ 3 ຂັ້ນຢູ່ແຂວງຄໍາມ່ວນໃຫ້ມີບັນຍາກາດຟົດຟື້ນ ແລະ ບັນລຸຕາມຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa