ພະນັກງານຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຍົກລະດັບວຽກງານວິຊາສະເພາະດ້ານຟື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ.

 ວັນທີ 10 ມີຖຸນາ 2024 ພິທີເປີດຊຸດຝຶກອົບຮົມຄວາມຮູ້ຟື້ນຖານການບໍລິຫານຈັດການໜ້າກະດານຂ່າວເອເລັກໂຕຼນິກ (ເວບໄຊສຄະນະໂຄສະນາອົບຮົມແຂວງ) ຜ່ານລະບົບອອນລາຍ ໂດຍການເປັນປະທານຂອງ ທ່ານ ນ ວິລະວອນ ພັນທະວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຜູ້ຊີ້ນຳກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ມີບັນດາຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມ, ຄະນະຮັບຜິດຊອບຊຸດຝຶກອົບຮົມ ແລະ ບັນດາຜູ້ຄຸ້ມຄອງ, ຄວບຄຸມເວບໄຊສຂອງແຂວງທົ່ວປະເທດເຂົ້າຮ່ວມ.

ທ່ານ ນາງ ວິລະວອນ ໄດ້ມີຄຳເຫັນໂອ້ລົມຕໍ່ພິທີດັ່ງກ່າວໂດຍຮຽກຮ້ອງໃຫ້ບັນດານັກສຳມານາກອນທັງໝົດເອົາໃຈໃສ່ໃນການຝຶກອົບຮົມຄັ້ງນີ້ເພື່ອຊຸກຍູ້ສົ່ງເສີມຄວາມຮູ້ຄວາມສາມາດໃຫ້ມີຄວາມເຂັ້ມແຂງ, ຄວາມເຂົ້າໃຈ, ໃນການນຳໃຊ້ເວບໄຊສ, ການບໍລິຫານຈັດການ ເພື່ອເລັ່ງໃສ່ການໂຄສະນາບັນດາແນວທາງຂອງພັກ-ຂອງລັດ ໃຫ້ມີຄວາມຫຼາກຫຼາຍ ແລະ ມີຄວາມທັນສະໄໝຂື້ນ. ຊຸດຝຶກອົບຮົມດັ່ງກ່າວແມ່ນຈະ ປິດລົງໃນວັນທີ 20 ມີຖຸນາ 2024 ນີ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa