ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຊີ້ນຳການກະກຽມກອງປະຊຸມໃຫຍ່ ແລະ ເຜີຍແຜ່ນິຕິກໍາກ່ຽວກັບ 3 ວັນປະຫວັດສາດ ຢູ່ແຂວງຄໍາມ່ວນ.

     ໃນວັນທີ 9 ສິງຫາ 2024 ສະຫາຍ ຄໍາພັນ ເຜີຍຍະວົງ ເລຂາທິການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ປະທານສະພາທິດສະດີສູນກາງພັກ, ຮອງຫົວໜ້າອະນຸກຳມະການເນື້ອໃນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ພ້ອມຄະນະ ໄດ້ເຄື່ອນໄຫວຊີ້ນຳວຽກງານ ການກະກຽມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງແຂວງ ແລະ ການກະກຽມສະເຫລີມສະຫລອງ 3 ວັນປະຫວັດສາດ ຢູ່ແຂວງຄໍາມ່ວນ ໂດຍມີ ສະຫາຍ ວັນໄຊ ພອງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງຄໍາມ່ວນ, ມີບັນດາສະຫາຍໃນຄະນະບໍລິຫານງານພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າພະແນກການ, ຄະນະໂຄສະນາອົບຮົມແຂວງ ແລະ ຫົວໜ້າຄະນາໂຄສະນາອົບຮົມເມືອງເຂົ້າຮ່ວມ.

ສະຫາຍ ວັນໄຊ ພອງສະຫວັນ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ ເຊິ່ງ 06 ເດືອນຕົ້ນປີ 2024 ເສດຖະກິດຂອງແຂວງແມ່ນສືບຕໍ່ຂະຫຍາຍຕົວໃນລະດັບ 4,52%, ລວມຍອດຜະລິດຕະພັນພາຍໃນ GDP ບັນລຸໄດ້ 13.258 ຕື້ກີບ, ລາຍຮັບສະເລ່ຍຕໍ່ຫົວຄົນບັນລຸໄດ້ 1.374 ໂດລາສະຫະລັດ, ການຈັດເກັບລາບຮັບປີ 2024 ມາຮອດປະຈຸບັນສາມາດຈັດເກັບໄດ້ 2.365 ຕື້ກວ່າກີບ ເທົ່າກັບ 97,08% ຂອງແຜນການປີ. ນອກນີ້ຍັງໄດ້ຍົກໃຫ້ເຫັນເຖິງຜົນງານດ້ານຕ່າງໆ ທີ່ຍາດມາໄດ້ໃນໄລຍະຜ່ານມາ. ສຳລັບວຽກງານການກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນ ໃນໄລຍະນີ້ແມ່ນສຸມໃສ່ ກອງປະຊຸມໃຫຍ່ຄະນະພັກຮາກຖານ, ກອງປະຊຸມໃຫຍ່ໜ່ວຍພັກບ້ານ ຕິດພັນກັບການປັບປຸງອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາຊົນຂັ້ນບ້ານ, ກອງປະຊຸມໃຫຍ່ຮາກຖານພັກອ້ອມຂ້າງເມືອງ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານພະແນກການອ້ອມຂ້າງແຂວງ ໂດຍການກະກຽມແມ່ນສຸມໃສ່ 3 ວຽກຕົ້ນຕໍຄື: ວຽກງານດ້ານຂະບວນການ, ດ້ານເນື້ອໃນ, ດ້ານບຸກຄະລາກອນ ແລະ ການດຳເນີນຊີວິດການເມືອງ.
ໃນໂອກາດດຽວກັນ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ມີຄໍາເຫັນຊີ້ນໍາ ເພື່ອຮັບປະກັນການກະກຽມກອງປະຊຸມໃຫຍ່ຂອງພັກ ດຳເນີນໄປຢ່າງຮອບດ້ານ, ມີເນື້ອໃນຢ່າງເລິກເຊິ່ງທີ່ຕິດພັນກັບການຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນໄລຍະທ້າຍສະໄໝ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ, ແຜນພັດທະນາຂອງແຕ່ລະທ້ອງຖິ່ນຕົນ. ພ້ອມນີ້ຍັງໄດ້ເຜີຍແຜ່ ນິຕິກໍາ ກ່ຽວກັບ 3 ວັນປະຫວັດສາດ ເປັນຕົ້ນ: ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໃຫ້ບັນດາການນໍາຂອງແຂວງກໍາໄດ້ ເພື່ອນໍາໄປເຜີຍແຜ່ແນະນໍາ, ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸຜົນສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa