ຮັບມະຫາຊົນຜູ້ກ້າວໜ້າເປັນສະມາຊິກພັກສຳຮອງ ແລະ ອອກບັດ-ຮັບບັດ ຊຸດທີ XXXIII ຂອງແຂວງຄຳມ່ວນ.

ໃນຕອນເຊົ້າຂອງວັນທີ່ 11 ພະຈິກ 2025 ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍການເປັນປະທານຂອງ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະພັກ, ສະມາຊິກພັກຂອງຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍຕາງໜ້າຈາກຄະນະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.
ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 1212/ຄປຈ, ຄມ,ລົງວັນທີ 21 ຕຸລາ 2025 ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວຫນ້າເຂົ້າເປັນສະມາຊິກສຳຮອງ ຂອງພັກປະຊາຊົນປະຕິວັດລາວຈຳນວນ 2 ສະຫາຍ. ແລະ ຜ່ານມະຕິຂອງຄະນະປະຈຳພັກແຂວງວ່າດ້ວຍການຮັບຮອງລາຍຊື່ສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວຜູ້ທີ່ຈະໄດ້ຮັບການອອກບັດ-ມອບບັດ ຊຸດທີ XXXIII ຂອງແຂວງຄຳມ່ວນ ຈຳນວນ 07 ສະຫາຍ ເປັນກຽດມອບໂດຍສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ, ໂອກາດດຽວກັນກໍໄດ້ມີຄຳເຫັນໂອ້ລົມໃນພິທີ ໃຫ້ບັນດາສະຫາຍສະມາຊິກພັກໃໝ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພື່ອໃຫ້ຕົນເອງກາຍເປັນບຸກຄົນດີເດັ່ນໃນຂະບວນການຮັກຊາດ ແລະ ພັດທະນາ, ກາຍເປັນສະມາຊິກພັກທີ່ກຽມຄວາມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນກໍ່ຄືຮັບໃຊ້ໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດສູງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa