ຮາກຖານດ່ານສາກົນນາເພົ້າແຂວງຄໍາມ່ວນໄດ້ຮັບຢັ້ງຢືນເປັນໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ.

     ພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2023 ຂອງໜ່ວຍພັກຮາກຖານດ່ານສາກົນນາເພົ້າແຂວງຄຳມ່ວນ ຈັດຂຶ້ນໃນວັນທີ 5 ກໍລະກົດ 2024 ທີ່ຜ່ານມາ ໂດຍການເປັນກຽດເຂົ້າຮ່ວມຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ສະຫາຍ ພັທ ພົມມະນີ ໄຊຍະລາດ ເລຂາຄະນະພັກຮາກຖານດ່ານສາກົນນາເພົ້າແຂວງ, ມີຄະນະຮັບຜິດຊອບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຂັ້ນແຂວງ, ແຂກຖືກເຊີນຈາກພະແນກການອ້ອມຂ້າງ ຕະຫຼອດເຖິງບັນດາສະມາຊິກພັກພາຍໃນໜ່ວຍພັກດັ່ງກ່າວເຂົ້າຮ່ວມ.

ສະຫາຍ ສຸພັດ ສຸແສງໄທ ຮອງຄະນະພັກຮາກຖານໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023 ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນແຕ່ລະດ້ານ ເປັນຕົ້ນແມ່ນການຕີລາຄາການນຳພາດ້ານການເມືອງ, ດ້ານການນຳພາແນວຄິດ, ດ້ານການຈັດຕັ້ງ, ແບບແຜນການນຳພາ ແລະ ຕີລາຄາການນຳພາປະຕິບັດໜ້າທີ່ການເມືອງ, ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນຜົນງານການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາລວມເຖິງຜົນສຳເລັດດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າ ບັນດາຄາດໝາຍສູ້ຊົນໃນແຕ່ລະດ້ານລວມເຖິງມາດຕະການໃນການຈັດຕັ້ງປະຕິບັດ. ພ້ອມນັ້ນ ຕາງໜ້າຄະນະຈັດຕັ້ງແຂວງ ກໍ່ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2023.
ພ້ອມດຽວກັນນັ້ນສະຫາຍ ສົມພົງ ວັນໄພທອງ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ຊີ້ທິດເຍືອງທາງ ກ່ອນອື່ນສະຫາຍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຄະນະໜ່ວຍພັກ ແລະ ສະມາຊິກພັກ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານໄດ້ຮັບຜົນສຳເລັດຫຼາຍດ້ານ, ພ້ອມນັ້ນ ຍັງເນັ້ນໜັກໃຫ້ຄະນະພັກຮາກຖານ ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ, ເຊື່ອມຊຶມບັນດາມະຕິ, ຄໍາສັ່ງ ແລະ ເອກະສານສຳຄັນຕ່າງໆຂອງຊາດ-ຂອງພັກ ໃຫ້ແກ່ສະມາຊິກພັກ-ພະນັກງານລັດຖະກອນໃນຄວາມຮັບຜິດຊອບຂອງຕົນ, ເອົາໃຈໃສ່ກໍ່ສ້າງ, ປັບປຸງ, ແບບແຜນການນຳພາ, ແບບແຜນວິທີເຮັດວຽກໃຫ້ເປັນປົກກະຕິ ແລະ ສືບຕໍ່ຍົກສູງບົດບາດການນຳພາຂອງພັກ ແລະ ຄວາມເປັນແບບຢ່າງນຳໜ້າທີ່ດີຂອງສະພາຊິກພັກໃຫ້ເຄື່ອນໄຫວຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ມີຜົນສຳເລັດທີ່ໃຫຍ່ຫຼວງຂຶ້ນກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa