ເປີດຮຽນສະໜັບສະໜູນເປົ້າໝາຍຂະຫຍາຍເຂົ້າພັກໃຫ້ມະຫາຊົນຜູ້ກ້າວໜ້າ ປະຈຳປີ 2024.

ຊຸດຮຽນສະໜັບສະໜູນໄດ້ເປີດຂຶ້ນ ໃນວັນທີ 7 ສິງຫາ 2024 ທີ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເປັນປະທານໂດຍ ສະຫາຍ ອຸດອນ ສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະຮັບຜິດຊອບ ແລະ ບັນດາສະຫາຍມະຫາຊົນຜູ້ກ້າວໜ້າຈາກຄະນະພັກຮາກຖານວິທະຍາໄລເຕັກນິກ-ວິຊາຊີບແຂວງຄຳມ່ວນ ແລະ ຄະນະພັກຮາກຖານດ່ານສາກົນຂົວມິດຕະພາບ ທັງໝົດຈຳນວນ 5 ສະຫາຍ, ຍິງ 2 ສະຫາຍເຂົ້າຮ່ວມ.

ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້-ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມາດຖານເງື່ອນໄຂມະຫາຊົນຜູ້ທີ່ເຂົ້າເປັນສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ  ແລະ ສິ່ງທີ່ຕ້ອງໄດ້ເອົາໃຈໃສ່ປົກປ້ອງບົດບາດ, ກຽດສັກສີຂອງພັກ ເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ບົນພື້ນຖານ ຄວາມຮັບຮູ້ດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕ້ອງໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ທີ່ໜັກແໜ້ນເຂັ້ມແຂງ ແລະ ເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ, ພາຍຫລັງສຳເລັດຊຸດຮຽນແລ້ວກໍ່ຍັງໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີ່ຮຽນສະໜັບສະໜູນເພື່ອເປັນບ່ອນອີງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa