ແຂວງຄຳມ່ວນຈັດຕັ້ງປາຖະກະຖາ ວັນເກີດຂອງປະທານ ສຸພານຸວົງ ຄົບຮອບ 115 ປີ.

 

ພິທີປາຖະກະຖາ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 16 ກໍລະກົດ 2024 ທີ່ສະໂມສອນໃຫຍ່ແຂວງຄຳມ່ວນ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ທ່ານ ບຸນມີ ພິມມະສອນ ຮອງເລຂາພັກແຂວງ ຫົວຫນ້າຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ປະທານສະພາປະຊາຊົນແຂວງ, ມີບັນດາທ່ານໃນຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວຫນ້າ, ຮອງຫົວໜ້າພະແນກ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ຫົວຫນ້າຂະແຫນງ, ຮອງຂະແຫນງ, ພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງເຂົ້າຮ່ວມ 382 ທ່ານ, ຍິງ 113 ທ່ານ.

ໃນພິທີອັນມີຄວາມໝາຍ, ຄວາມສຳຄັນນີ້ ທ່ານ ບຸນມີ ພິມມະສອນ ໄດ້ເລົ່າເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຜົນງານ ແລະ ຄຸນງາມຄວາມດີ, ຂອງປະທານສຸພານຸວົງ ທ່ານແມ່ນຜູ້ນຳທີ່ມີຄວາມຈົງຮັກພັກດີຕໍ່ອຸດົມການປະຕິວັດຢ່າງສຸດກົກສຸດປາຍ, ຕໍ່ສູ້ຢ່າງກ້າແກ່ນພິລະອາດຫານ,  ໃນປະຫວັດສາດຂອງໂລກ ບໍ່ເຄີຍມີຊົນຊັ້ນເຊື້ອເຈົ້າສັກດີນາ ຈະປະຖິ້ມຊົນຊັ້ນ ກໍາເນີດຂອງຕົນ ເຂົ້າຮ່ວມການປະຕິວັດແມ່ນຫາຍາກເກືອບບໍ່ມີເລີຍ ແຕ່ມັນກໍ່ເກີດຂຶ້ນ ແລະ ພົບເຫັນຢູ່ໃນຂະບວນການປະຕິວັດຊາດ ປະຊາທິປະໄຕ ຂອງປະຊາຊົນລາວ ບັນດາເຜົ່າ ອັນນີ້ ບໍ່ແມ່ນສິ່ງບັງເອີນ ແຕ່ມັນຫາກ ແມ່ນການກໍາແໜ້ນ ແລະ ໝູນໃຊ້ທິດສະດີວ່າດ້ວຍບົດບາດຂອງມະຫາຊົນ ແລະ ບຸກຄົນໃນ ປະຫວັດສາດ ຂອງພັກປະຊາຊົນປະຕິວັດລາວ ປະທານ ສຸພານຸວົງ ແມ່ນບຸກຄົນທີ່ຫາຍາກໃນປະຫວັດສາດ, ເພິ່ນເປັນເຊື້ອເຈົ້າປັນຍາຊົນ ຜູ້ຍິ່ງໃຫຍ່ ທີ່ມີຈິດໃຈຮັກຊາດອັນດູດດື່ມ, ເປັນນັກປະຕິວັດຜູ້ອົງອາດກ້າແກ່ນ, ນັກການເມືອງທີ່ໂດດເດັ່ນ, ເປັນນັກການທະຫານທີ່ເກັ່ງກ້າ, ເປັນນັກການຕ່າງປະເທດທີ່ສະຫຼຽວສະຫຼາດ ເພິ່ນເປັນຫນຶ່ງໃນບັນດາຜູ້ນໍາທີ່ດີເດັ່ນ ແລະ ເຄົາລົບຮັກຂອງປະຊາຊົນບັນດາເຜົ່າ, ຊື່ປະທານ ສຸພານຸວົງ ໄດ້ດັງໄປທົ່ວ ພູຜາ ປ່າດົງ, ທົ່ວສາລະທິດຂອງດິນແດນລາວ ແລະ ດັງກ້ອງໄປທົ່ວໂລກ, ເພິ່ນໄດ້ກາຍເປັນແມ່ແຮງດຶງດູດເອົາປະຊາຊົນ, ຊັ້ນຄົນຕ່າງໆ ຜູ້ທີ່ຮັກຊາດ, ຮັກເອກະລາດ ມຸ້ງໜ້າໄປຫາການປະຕິວັດ, ເພື່ອປົກປັກຮັກສາ ປະເທດຊາດ ເອກະລາດ ອະທິປະໄຕຂອງຊາດ ແລະ ປະຊາຊົນລາວ.

ຜ່ານມານັ້ນໄດ້ຮັບຮູ້, ເຂົ້າໃຈກ່ຽວກັບຊີວິດ ແລະ ພາລະກິດຂອງ ປະທານ ສຸພານຸວົງ ໂດຍສັງເຂບ, ຍັງມີຫຼາຍເອກະສານ, ຫຼາຍບົດສໍາມະນາວິທະຍາສາດ ກ່ຽວກັບປະທານ ສຸພານຸວົງ ຢ່າງກວ້າງຂວາງ, ສະນັ້ນ, ຈຶ່ງຮຽກຮ້ອງມາຍັງພະນັກງານ, ສະມາຊິກພັກ ຈົ່ງຍາດແຍ່ງເວລາຫາໂອກາດອ່ານ, ໂອກາດຄົ້ນຄວ້າເພື່ອເປັນທິດນໍາ, ເປັນບົດຮຽນ ອັນປະເສີດໃນການປັບປຸງ, ຍົກສູງຄຸນທາດການເມືອງ- ຄຸນສົມບັດສິນທໍາປະຕິວັດຂອງຕົນໃຫ້ໜັກແໜ້ນ, ປອດໃສ, ຂາວສະອາດ ກຽມພ້ອມອຸທິດຕົນເພື່ອປະເທດຊາດ ແລະ ປະຊາຊົນ.

– ປະທານ ສຸພານຸວົງ ຜູ້ນຳທີ່ດີເດັ່ນ ແລະ ເຄົາລົບຮັກ ຂອງປະຊາຊົນລາວບັນດາເຜົ່າ ຍືນຍົງໃນດວງໃຈຂອງພວກເຮົາຕະຫລອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa