ໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງໄດ້ຮັບຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023.


ວັນທີ 22 ສິງຫາ 2024 ຄະນະໂຄສະນາອົບຮົມແຂວງຄຳມ່ວນຈັດພິທີມອບຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ເລື່ອນສະມາຊິກພັກສຳຮອງເລື່ອນຂື້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ, ໂດຍການເປັນປະທານຂອງສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາສະຫາຍຕາງໜ້າຄະນະພັກຮາກຖານອ້ອມຂ້າງ ແລະ ສະມາຊິກພັກສົມບູນ ແລະ ສຳຮອງພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

     ສະຫາຍ ນ ວິໄລຈິດ ທຳມະວົງ ຫົວໜ້າຂະແໜງບໍລິຫານຈັດຕັ້ງ ແລະ ກວດກາ ຕາງໜ້າໃຫ້ຄະນະພັກຜ່ານບົດສະຫຼຸບຕີລາຄາການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໂດຍໄດ້ຍົກໃຫ້ເຫັນຜົນສໍາເລັດທີ່ພົ້ນເດັ່ນໃນແຕ່ລະດ້ານ ເປັນຕົ້ນແມ່ນຕີລາຄາການນຳພາດ້ານການເມືອງ, ດ້ານແນວຄິດ, ດ້ານການຈັດຕັ້ງ, ດ້ານແບບແຜນການນຳພາ ແລະ ປະຕີບັດໜ້າທີ່ການເມືອງ; ພ້ອມນັ້ນຍັງໄດ້ຕີລາຄາໃຫ້ເຫັນການເຄື່ອນໄຫວວຽກງານດ້ານວິຊາສະເພາະແຕ່ລະວຽກງານຂອງຂະແໜງ ພາຍໃນອົງການຈັດຕັ້ງຂອງຕົນ ຊຶ່ງຍົກໃຫ້ເຫັນເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນການໃນຕໍ່ໜ້າທີ່ໄດ້ກໍານົດຄາດໝາຍສູ້ຊົນໃນແດ່ລະດ້ານລວມເຖິງມາດຕະການໃນການຈັດຕັ້ງປະຕິບັດ, ພ້ອມດຽວກັນນັ້ນຕາງໜ້າຄະນະຈັດຕັ້ງແຂວງກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການຮັບຮອງເອົາໜ່ວຍພັກຮາກຖານ ຄະນະໂຄສະນາອົບຮົມແຂວງຄຳມ່ວນ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2023 ແລະ ເປັນກຽດມອບໃບຢັ້ງຢືນໂດຍ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ໃນເວລາຕໍ່ມາກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງຄຳມ່ວນ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສຳຮອງເປັນສະມາຊີກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ແລະ ມອບມະຕິຕົກລົງໃຫ້ສະມາຊິກພັກສອງສະຫາຍ ເພື່ອເປັນອັນຢັ້ງຢືນ ເປັນກຽດມອບໂດຍ ສະຫາຍ ສົມພົງວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ພ້ອມມີຄຳເຫັນໂອ້ລົມ ແລະ ຊີ້ນຳໃຫ້ຄະນະພັກຕະຫຼອດເຖິງສະມາຊິກພັກ ທຸກສະຫາຍຕ້ອງຖືສຳຄັນການປັບປຸງກໍ່ສ້າງຕົນເອງເພື່ອເຊີດຊູບົດບາດ ແລະ ຄວາມສາມາດນຳພາຂອງພັກ ໂດຍສະເພາະຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດມາດຕະຖານຕົ້ນຕໍຂອງຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ມີຫຼັກໝັ້ນການເມືອງໜັກແໜ້ນ, ເສີມຂະຫຍາຍຜົນສຳເລັດ, ບົດຮຽນອັນດີ, ຮັກສາ ແລະ ສືບຕໍ່ສ້າງນາມມະຍົດການເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa