ຊຸດຮຽນສະໜັບສະໜູນໄດ້ເປີດຂຶ້ນ ໃນຕອນເຊົ້າຂອງວັນທີ 9 ກັນຍາ 2025 ທີ່ຫ້ອງປະຊຸມຂອງຂະແໜງສືມວນຊົນຄະນະໂຄສະນາອົບຮົມແຂວງ ໃຫ້ກຽດເປັນປະທານໂດຍ ສະຫາຍ ອຸດອນ ສຸດທິລາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງ ແລະ ບັນດາສະຫາຍມະຫາຊົນຜູ້ກ້າວໜ້າຈາກຄະນະພັກຮາກຖານຂອງພະແນກການພາຍໃນແຂວງ,ຈຳນວນ 41 ສະຫາຍ, 28 ຍິງ ສະຫາຍເຂົ້າຮ່ວມ.
* ຈຸດປະສົງ ເພື່ອເຮັດໃຫ້ມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນ ສະມາຊິກພັກ ຮັບຮູ້ – ເຂົ້າໃຈ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະທາດແທ້ຂອງພັກປະຊາຊົນປະຕິວັດລາວ, ມາດຖານເງື່ອນໄຂມະຫາຊົນຜູ້ທີ່ເຂົ້າເປັນສະມາຊິກພັກ, ຂໍ້ຫ້າມສຳລັບສະມາຊິກພັກ, ຜົນປະໂຫຍດທີ່ສະມາຊິກພັກໄດ້ຮັບ ແລະສິ່ງທີ່ຕ້ອງໄດ້ເອົາໃຈໃສ່ປົກປ້ອງບົດບາດ, ກຽດສັກສີຂອງພັກ ເມື່ອເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ, ບົນພື້ນຖານ ຄວາມຮັບຮູ້ດັ່ງກ່າວ ເຮັດໃຫ້ມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກ ຕ້ອງໄດ້ຕັ້ງໜ້າຝຶກຝົນຫລໍ່ຫລອມຕົນເອງໃຫ້ມີມາດຕະຖານ, ເງື່ອນໄຂຄົບຖ້ວນ ແລະ ມີຄວາມຕື່ນຕົວສະໝັກໃຈເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວ ທີ່ໜັກແໜ້ນເຂັ້ມແຂງ ແລະ ເພີ່ມກຳລັງແຮງສູ້ຮົບໃຫ້ແກ່ພັກນັບມື້ນັບຫຼາຍຂຶ້ນ, ພາຍຫລັງສຳເລັດຊຸດຮຽນແລ້ວກໍ່ຍັງໄດ້ມີການມອບໃບຢັ້ງຢືນໃຫ້ຜູ້ທີ່ຮຽນສະໜັບສະໜູນເພື່ອເປັນບ່ອນອີງ.
ໃນຕອນທ້າຍສະຫາຍ ອຸດອນ ສຸດທິລາດ ກໍ່ໄດ້ມີຄຳເຫັນໂອ້ລົມໃນຊຸດຮຽນ ໃຫ້ບັນດາມະຫາຊົນຜູ້ທີ່ຈະເຂົ້າເປັນສະມາຊິກພັກຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເພື່ອໃຫ້ຕົນເອງກາຍເປັນບຸກຄົນດີເດັ່ນໃນຂະບວນການຮັກຊາດ ແລະພັດທະນາ, ກາຍເປັນສະມາຊິກພັກທີ່ກຽມຄວາມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນກໍ່ຄືຮັບໃຊ້ໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບດ້ວຍໝາກຜົນສຳເລັດສູງ, ພ້ອມທັງກ່າວປີດຊຸດຝືກອົບຮົມຢ່າງເປັນທາງການ.




