ໃນວັນທີ 29 ທັນວາ 2025 ຢູ່ທີ່ ຫ້ອງປະຊຸມນ້ອຍຊັ້ນສອງຂອງຫ້ອງວ່າການແຂວງ ໜ່ວຍພັກ ຮາກຖານຄະນະໂຄສະນາອົບຮົມແຂວງຄຳມ່ວນ ໄດ້ເປີດກອງປະຊຸມເຊື່ອມຊຶມເອກະສານ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ມີບັນດາສະຫາຍ ຕາງໜ້າຄະນະຈັດຕັ້ງແຂວງ, ຄະນະກວດກາພັກ-ລັດແຂວງພ້ອມດ້ວຍຄະນະໜ່ວຍພັກ ຕະຫຼອດຮອດສະມາຊິກພັກ ພາຍໃນໜ່ວຍພັກຂອງຕົນ ເຂົ້າຮ່ວມທັງຫມົດ 21 ສະຫາຍ, ຍິງ 11 ສະຫາຍ.
ກອງປະຊຸມໃນຄັ້ງນີ້ ບັນດາສະຫາຍສະມາຊິກພັກ ທີ່ເຂົ້າຮ່ວມແມ່ນໄດ້ຮັບຟັງການເຊື່ອມຊຶມບັນດາເອກະສານທີ່ສຳຄັນເປັນຕົ້ນ ເອກະສານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເອກະສານມະຕິຕົກລົງ ຂອງກົມການເມືອງສູນກາງພັກ ເລກທີ 01 /ກມສພ ແລະ ເອກະສານບົດແນະນໍາຂອງຄະນະປະຈໍາພັກແຂວງ ເລກທີ 07 /ຄປຈ.ຄມ ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ, ພ້ອມທັງເອກະສານຂໍ້ຫ້າມສະມາຊິກພັກ ເພື່ອແນ່ໃສ່ຮັບປະກັນຍົກສູງສະ ຕິຄວາມຮັບຜິດຊອບໃນການຈັດແບ່ງປະເພດຕີລາຄາ ຂອງສະມາຊິກພັກໃຫ້ມີຄຸນນະພາບ ແລະ ໄດ້ຮັບຟັງການຜ່ານໃບສໍາຫຼວດ, ຕີລາຄາການນໍາພາ-ຊີ້ນຳ ຂອງຄະນະພັກ, ສະມາຊິກພັກ, ພ້ອມທັງປະກອບຄຳເຫັນ, ຕີລາຄາຄຸນນະພາບຂອງສະມາຊິກພັກໃນແຕ່ລະດ້ານ, ແບ່ງປະເພດຕົນເອງ ແລະ ສະມາຊິກພັກພາຍໃນໜ່ວຍ ຕາມ 5 ດ້ານ ທີ່ກຳນົດໃນໃບສຳຫຼວດ ຕໍ່ການປະຕິບັດໜ້າທີ່ການເມືອງ ໄປພ້ອມກັບການສຳຫຼວດ, ຕີລາຄາຈັດປະເພດຂອງສະມາຊິກພັກ, ຄະນະພັກ ແລະ ໜ່ວຍພັກ ຫຼັງຈາກນັ້ນ ຄະນະໜ່ວຍພັກ ກໍ່ຜ່ານຮ່າງບົດສະຫຼຸບ ຂອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການຄາດໝາຍສູ້ຊົນ ປີ 2026.
ໃນຕອນທ້າຍ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກ, ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ຍັງມີຄຳເຫັນຊີ້ນຳສະມາຊິກພັກທຸກສະຫາຍ ໃຫ້ເອົາໃຈໃສ່ໃນວຽກງານແນວຄິດເສີມຂະຫຍາຍຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດເຂົ້າຮ່ວມຊີວິດການເມືອງ, ແກ້ໄຂຈຸດອ່ອນຂອງຕົນເອງ ທີ່ໝູ່ຄະນະ ສ່ອງແສງເພື່ອສົ່ງເສີມ ແລະ ໃຫ້ຕົນເອງປັບປຸງປ່ຽນແປງໃຫ້ມີບາດກ້າວໃໝ່ ແລະ ໃຫ້ດີກວ່າເກົ່າ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານ, ຜັນຂະຫຍາຍມະຕິຕ່າງໆ ເພື່ອຫັນແນວທາງ, ແຜນນະໂຍບາຍຂອງພັກ ແລະ ມະຕິຂອງຄະນະພັກຂັ້ນເທິງ ມາເປັນແຜນການຂອງໜ່ວຍພັກ ໃຫ້ສອດຄ່ອງກັບຄວາມຮັບຜິດຊອບ ແລະ ໜ້າທີ່ການເມືອງຂອງຕົນ, ສ້າງສະມາຊິກພັກ ໃຫ້ມີຄຸນທາດການເມືອງ ທີ່ໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດທີ່ຖືກຕ້ອງ, ຈົງຮັກພັກດີຕໍ່ອຸດົມການຂອງພັກ, ມີນໍ້າໃຈເສຍສະຫຼະ, ຮັບໃຊ້ຊາດ ແລະ ຮັບໃຊ້ປະຊາຊົນຢ່າງແທ້ຈິງ, ເຊີດຊູບົດບາດຄວາມສາມາດການນຳພາ, ຍົກສູງຄວາມເປັນແບບຢ່າງນໍາໜ້າ ໃນຖັນແຖວສະມາຊິກພັກ ເພື່ອຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ຮັກສາໄດ້ ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ດ້ວຍຄຸນນະພາບສູງ.



