ໃນຕອນເຊົ້າຂອງ ວັນທີ 25 ມີນາ 2026 ກົມຂໍ້ມູນຂ່າວສານ ໄດ້ຈັດກອງປະຊຸມຮັບສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີ-ຂໍ້ມູນຂ່າວສານ(ເວັບໄຊສ)ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I (1-2-3) ແລະ ທິດທາງແຜນການປະຈໍາໄຕມາດ II (4-5-6)/2026. ທີ່ຫ້ອງປະຊຸມຂອງຄະນະໂຄສະນາອົບຮົມແຂວງ, ໂດຍການເປັນປະທານຂອງ ທ່ານ ສົມປະສົງ ພົງປະເສີດ ເລຂາໜ່ວຍພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມມີ: ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ນາງ ບຸນເລີດ ສີຫາລາດ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ, ພ້ອມດ້ວຍຄະນະຮັບຜິດຊອບເຂົ້າຮ່ວມ.
ໃນພິທີ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ ໄດ້ກ່າວຈຸດປະສົງຂອງກອງປະຊຸມ, ຫຼັງຈາກນັ້ນ ທ່ານ ສົມປະສົງ ພົງປະເສີດ ເລຂາໜ່ວຍພັກ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ໄດ້ກ່າວເປີດກອງປະຊຸມ ແລະ ສະເໜີໃຫ້ຄະນະໂຄສະນາອົບຮົມແຕ່ລະແຂວງສ່ອງແສງລາຍງານສະພາບລວມໃນການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຣນິກ (ເວັບໄຊສ) ປະຈໍາໄຕມາດ I ແລະ ທິດທາງແຜນການໃນຕໍ່ໜ້າແນໃສ່ເພື່ອເຮັດໃຫ້ການເຄື່ອນໄຫວປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊສ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດກາຍເປັນເສນາທິການໃນການໂຄສະນາເຜີຍແຜ່ແນວທາງຂອງພັກ, ມະຕິ, ຄໍາສັ່ງທັງສະໜອງຂໍ້ມູນຂ່າວສານທີ່ສໍາຄັນໃຫ້ແກ່ການນໍາຂັ້ນແຂວງ, ຂັ້ນເມືອງຂອງຕົນ ໃຫ້ມີຄວາມວ່ອງໄວທັນກັບສະພາບການ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານການເມືອງ-ແນວຄິດໃນໄລຍະໃໝ່, ພ້ອມກັນປຶກສາຫາລືແລກປ່ຽນເຊິ່ງກັນ ແລະ ກັນ ໃນວິທີການໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານເວັບໄຊສ ຂອງ ຄະນະໂຄສະນາອົບຮົມແຂວງ ທົ່ວປະເທດໃຫ້ມີຄວາມສະຖຽນລະພາບ, ວ່ອງໄວ ແລະ ມີຄຸນນະພາບສູງ.
ກອງປະຊຸມໄດ້ຮັບຟັງການລາຍງານສະພາບການເຄື່ອນໄຫວການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ (ເວັບໄຊສ) ໃນໄລຍະຜ່ານມາກຳໄດ້ຜົນງານດ້ານຕັ້ງໜ້າ, ບັນດາຂໍ້ຄົງຄ້າງ, ທິດທາງແຜນການໃນຕໍ່ໜ້າ ແລະ ຂໍ້ສະເຫນີຂອງບັນດາຄະນະໂຄສະນາອົບຮົມແຂວງ ທົ່ວປະເທດຕໍ່ກອງປະຊຸມຢ່າງກົງໄປກົງມາ.
ໃນຕອນທ້າຍຂອງກອງປະຊຸມ ປະທານກໍ່ໄດ້ມີຄໍາເຫັນໂອ້ລົມເຊິ່ງກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ (ເວັບໄຊສ ) ຂອງຄະນະໂຄສະນາອົບຮົມແຂວງໃນໄລຍະຜ່ານມາ ແລະ ເພື່ອແນໃສ່ຍົກສູງວຽກງານໂຄສະນາອົບຮົມພວກເຮົາໃຫ້ກ້າວສູ່ຄວາມທັນສະໄໝ, ສ້າງໃຫ້ຄະນະໂຄສະນາອົບຮົມເມືອງບັນດາແຂວງ ມີຄວາມເຂັ້ມແຂງ ແລະ ມີເຄື່ອງມືໃນການໂຄສະນາເຜີຍແຜ່ແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ-ລັດ ລວມເຖີງການເຄື່ອນໄຫວຂອງ ຄະນະນໍາຂອງແຂວງ; ພ້ອມນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຈັດເນື້ອໃນການສື່ສານເພື່ອເຜີຍແຜ່ ແລະ ອັບເດດຂ່າວ ເນື້ອໃນເວັບໄຊໃຫ້ອຸດົມສົມບູນໃຫ້ມີຄວາມຫລາກຫລາຍຂຶ້ນ, ສືບຕໍ່ຄົ້ນຄວ້າປັບປຸງໃນການເພີ່ມຂະໜາດການນໍາໃຊ້ ເພື່ອສື່ສານຂ່າວສານ ແລະ ກິດຈະກໍາ ຂອງແຂວງໃຫ້ທົ່ວເຖິງກວ້າງຂວາງ, ຈັດລະບົບການຄວບຄຸມ ແລະ ດູແລ ເຮັດໃຫ້ການນຳເວັບໄຊສ ມີຄວາມປອດໄພ ແລະ ມີລະບົບ, ຂຶ້ນແຜນການວຽກງານລະອຽດຂອງແຂວງ ໃນການຝຶກອົບຮົມບຸກຄະລາກອນ ແລະ ທັກສະເຕັກນິກໃຫ້ແກ່ພະນັກງານ ແອັດມິນ ແລະ ຜູ້ຮັບຜິດຊອບເຕັກນິກເວັບໄຊສ ເພື່ອສ້າງຄວາມສາມາດໃນການນຳໃຊ້ເວັບໄຊສ ແລະ ສາມາດເຮັດວຽກປ່ຽນແທນກັນໄດ້ຢ່າງປົກກະຕິ, ເອົາໃຈໃສ່ກົນໄກປະສານງານສ້າງລະບົບບໍລິຫານໃຫ້ມີຄວາມສະດວກວ່ອງໄວ ແລະ ຈັດການເນື້ອໃນເວັບໄຊສ ຢ່າງມີລະບົບ, ເອົາໃຈໃສ່ຕິດຕາມການຄຸ້ມຄອງເວັບໄຊສ ການກວດຄືນບໍລິຫານ ແລະ ປ້ອງກັນຄວາມປອດໄພ.


