#ກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່
ວັນທີ 15 ຕຸລາ 2025 ຜ່ານມານີ້ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ມູນຂ່າວສານຜ່ານເວັບໄຊ ແລະ ກະກຽມຄວາມພ້ອມການຫັນເປັນທັນສະໄໝວຽກງານໂຄສະນາອົບຮົມໃນໄລຍະໃໝ່ ໂດຍການເປັນປະທານຮ່ວມຂອງທ່ານ ພູວັນ ສຸວັນ ຫົວໜ້າກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ບຸນເລິງ ...