ຮັບມະຫາຊົນຜູ້ກ້າວໜ້າເປັນສະມາຊິກພັກສຳຮອງ ແລະ ອອກບັດ-ຮັບບັດ ຊຸດທີ XXXIII ຂອງແຂວງຄຳມ່ວນ.
ໃນຕອນເຊົ້າຂອງວັນທີ່ 11 ພະຈິກ 2025 ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍການເປັນປະທານຂອງ ສະຫາຍ ບຸນເລິງ ເລີດບຸນຊູ ຮອງເລຂາໜ່ວຍພັກຮາກຖານ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະພັກ, ສະມາຊິກພັກຂອງຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍຕາງໜ້າຈາກຄະນະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ. ...