ກອງປະຊຸມສະຫຼຸບສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ປະຈຳໄຕມາດ I ປີ 2024.

     ໃນຕອນເຊົ້າ ວັນທີ 25 ມີນາ 2024 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ເຂົ້າຮ່ວມກອງປະຊຸມທາງໄກ ຂອງຄະນະໂຄສະນາອົບຮົມສູນກາງພັກ ຮັບຟັງສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ ຄະນະໂຄສະນາອົບຮົມທົ່ວປະເທດ ປະຈຳໄຕມາດ I ຜ່ານລະບົບປະຊຸມທາງໄກ, ໂດຍການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ ຄະນະພັກ, ຫົວໜ້າກົມຂໍ້ມູນຂ່າວສານ ແລະຝຶກອົບຮົມ,ຜູ້ຊີນຳວຽກງານພະແນກເຕັກໂນໂລຊີ-ຂໍ້ມູນຂ່າວສານ, ຄະນະໂຄສະນາອົບຮົມສູນກາງພັກ, ເປັນກຽດເຂົ້າຮ່ວມ ຂອງທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ຜູ້ຊີ້ນຳຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ, ທ່ານ ນາງ ບຸນເລີດ ສີຫາລາດ ຫົວໜ້າຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ພ້ອມຄະນະ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າ, ຜູ້ຮັບຜິດຊອບ (ເວບໄຊສ) ຂອງຄະນະໂຄສະນາອົບຮົມແຂວງທົ່ວປະເທດເຂົ້າຮ່ວມ.

    ກອງປະຊຸມ ແຕ່ລະແຂວງກໍໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຂອງຕົນເອງ ແລະໄດ້ມີຄຳເຫັນແລກປ່ຽນໃນກອງປະຊຸມເຊິ່ງໄດ້ຍົກໃຫ້ເຫັນຫຼາຍບັນຫາຕໍ່ກັບວຽກງານໂຄສະນາອົບຮົມ, ໃນນັ້ນຄະນະໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ມີຄໍາເຫັນລາຍງານຕໍ່ກອງປະຊຸມ ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຫຍຸ້ງຍາກ, ຂໍ້ສະເໜີ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ດີຂຶ້ນຕື່ມ, ໃນຕອນທ້າຍກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ ກໍໄດ້ມີຄຳເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳຂອງແຕ່ລະແຂວງ ຮຽນຮູ້ ຕໍ່ກັບວຽກງານເວບໄຊສ ພັດທະນາຕົນເອງ, ເອົາໃຈໃສ່ຊຸກຍູ້ວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວບໄຊສ) ຂອງແຂວງຕົນເອງ ໃຫ້ມີຄວາມອຸດົມສົມບູນດ້ານເນື້ອໃນ ຄຽງຄູ່ກັບການໂຄສະນາແບບເອເລັກໂຕຼນິກໃຫ້ມີຫຼາຍຮູບຫຼາຍສີ, ໃຫ້ກາຍເປັນຄັງຄວາມຮູ້ທີ່ສາມາດສະໜອງໃຫ້ຜູ້ເຂົ້າຊົມ ແລະ ເພື່ອຫັນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa