ກອງປະຊຸມໃຫ່ຍ ຄັ້ງທີ ll ຂອງໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຄຳມ່ວນ.

ຕອນເຊົ້າວັນທີ 13 ມີນາ 2024 ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ ເປີດກອງປະຊຸມໃຫຍ່ຂອງໜ່ວຍຂື້ນທີ່ຫ້ອງປະຊຸມນ້ອຍຫ້ອງວ່າການແຂວງຄຳມ່ວນ ໂດຍການເປັນປະທານຂອງ ສະຫາຍ ສົມໄຊ ສີຫາວົງ ເລຂາໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ນາງ ເພັດສະໝອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ, ມີແຂກຖືກເຊີນຈາກໜຸ່ມຊາວໜຸ່ມອ້ອມຂ້າງແຂວງ ພ້ອມດ້ວຍສະມາຊິກຊາວໜຸ່ມ ເຂົ້າຮ່ວມ 27 ສະຫາຍ, ຍີງ 17 ສະຫາຍ.

ພິທີ ສະຫາຍ ສີສົມພອນ ສວນເທບພີມມະສອນ ຮອງເລຂາໜ່ວຍຊາວໜຸ່ມ ໄດ້ຂື້ນຜ່ານຮ່າງລາຍງານການເມືອງທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນງານ ໃນການເຄື່ອນໄຫວວຽກງານຊາວໜຸ່ມຕະຫຼອດໄລຍະ 5 ປີທີ່ຜ່ານມາ ຄະນະໜ່ວຍຊາວໜຸ່ມ ໄດ້ຖືເອົາວຽກງານການສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ ດ້ວຍການນໍາເອົາເອກະສານທີ່ສໍາຄັນ ຂອງຊາດ ຂອງພັກ ແລະ ຂອງຊາວໜຸ່ມມາຈັດຕັ້ງເຜີຍແຜ່ເຊື່ອມຊຶມ ແລະ ເຂົ້າຮ່ວມນຳຄະນະພັກ, ອົງການປົກຄອງຈັດຂື້ນ ໄດ້ 55 ຄັ້ງ ມີສະມາຊິກຊາວໜຸ່ມ ເຂົ້າຮ່ວມ 880 ເທື່ອ, ໄດ້ນຳພາສະມາຊິກຊາວໜຸ່ມເຂົ້າຮ່ວມຂະບວນການນຳສັງຄົມ ໃນວັນສຳຄັນຕ່າງໆ ໄດ້ 40 ຄັ້ງ, ມີສະມາຊິກຊາວໜຸ່ມ ເຂົ້າຮ່ວມ 450 ເທື່ອ, ປັດຈຸບັນໜ່ວຍຊາວໜຸ່ມມີຄະນະໜ່ວຍ 3 ສະຫາຍ, ຍິງ 1 ສະຫາຍ, ມີສະມາຊິກຊາວໜຸ່ມ 17 ສະຫາຍ, ຍິງ 10 ສະຫາຍ, ເປັນພະນັກງານ-ລັດຖະກອນ 17 ສະຫາຍ, ຍິງ 10 ສະຫາຍ.
ໃນໂອກາດດຽວກັນນີ້ ກໍ່ຍັງໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານຊາວໜຸ່ມແຂວງ ໃຫ້ສະມາຊິກຊາວໜຸ່ມ ຜູ້ທີ່ມີຜົນງານດີເດັ່ນໃນການເຄື່ອນໄຫວວຽກງານຊາວໜຸ່ມ ກໍ່ຄືການປະກອບສ່ວນສ້າງສາພັດທະນາຕະຫຼອດໄລຍະ 5 ປີ ຈໍານວນ 15 ສະຫາຍ, ຍິງ 10 ສະຫາຍ ເຊິ່ງເປັນກຽດມອບ ໂດຍສະຫາຍ ນາງ ເພັດສະໝອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ມອບໃບຍ້ອງຍໍຂອງຄະນະໂຄສະນາອົບຮົມແຂວງໃຫ້ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຈໍານວນ 2 ສະຫາຍເປັນກຽດມອບໂດຍ ສະຫາຍ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ.
ຈາກນັ້ນຄະນະໜ່ວຍຊາວໜຸ່ມຊຸດເກົ່າ ກໍ່ໄດ້ຂື້ນຜ່ານບົດສຳຫຼວດການນຳພາລວມໃນໄລຍະ 5 ປີ ພ້ອມທັງກ່າວລາໜ້າທີ່, ບັນດາສະຫາຍສະມາຊິກຊາວໜຸ່ມ ໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະໜ່ວຍຊາວໜຸ່ມຊຸດໃໝ່ ເຊິ່ງມີຜູ້ສະໝັກທັງໝົດ 5 ສະຫາຍ ໃນນັ້ນເລືອກເອົາ 3 ສະຫາຍ, ຜົນຂອງການປ່ອນບັດຄັດເລືອກ ແລະ ຜ່ານກອງປະຊຸມຄັ້ງປະຖົມມະລຶກ ສາມາດເລືອກໄດ້ຄື: ສະຫາຍ ສົມໄຊ ສີຫາວົງ ເປັນເລຂາໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຄຳມ່ວນ; ສະຫາຍ ອານັນ ສີດາວົງ ເປັນຮອງເລຂາໜ່ວຍຊາວໜຸ່ມ ທັງເປັນປະທານກວດກາ; ສະຫາຍ ນາງ ຮຸ່ງນະພາ ພົມມະວົງສາ ເປັນຄະນະໜ່ວຍຊາວໜຸ່ມ.
ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍ ນາງ ເພັດສະໝອນ ບຸດດາ ຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງ ເຊິ່ງກໍ່ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ ພ້ອມກັນນັ້ນກໍ່ຍັງໄດ້ເໜັ້ນໜັກບາງບັນຫາໃຫ້ຄະນະຊາວໜຸ່ມຊຸດໃໝ່ ເອົາໃຈໃສ່ດ້ານວຽກງານການເມືອງ-ແນວຄິດໃຫ້ສະມາຊິກຊາວໜຸ່ມພາຍໃນໜ່ວຍມີຄວາມໜັກແໜ້ນ, ເພີ່ມທະວີແບບແຜນຈັດຕັ້ງເຄື່ອນໄຫວມີແບບແຜນວິທີນໍາພາ, ສ້າງຄວາມສາມັກຄີເປັນໜຸ່ຄະນະ, ເອົາໃຈໃສ່ເຂົ້າໃນໜ້າທີ່ວຽກງານເປັນເສນາທິການໃຫ້ຄະນະພັກ,ຄະນະນໍາຂັ້ນເທິງ, ສ້າງສະມາຊິກຊາວໜຸ່ມຕົວແບບໃຫ້ມີຫລາກຫລາຍດ້ານ ແລະ ຮັກສານາມມະຍົດຊາວໜຸ່ມ 4 ບຸກນີ້ໄວ້ ໃຫ້ໄດ້ຮັບທຸງໄຊນໍາໜ້າຂະບວນການ 4 ບຸກຂອງຊາວໜຸ່ມລາວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa