ໃນວັນທີ 17 ພະຈິກ 2026 ນີ້, ກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງຄໍາມ່ວນ ໄດ້ຈັດພິທີສະຫຼຸບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026 ພ້ອມທັງເປີດຂະບວນການແຂ່ງຂັນສຳລັບປີ 2027 ເພື່ອສືບຕໍ່ຊຸກຍູ້ວຽກງານໃຫ້ມີບັນຍາກາດຟົດຟື້ນ ແລະ ມີຜົນສຳເລັດສູງຂຶ້ນກວ່າເກົ່າ.
ພິທີດັ່ງກ່າວ ໄດ້ຈັດຂຶ້ນໂດຍ ພາຍໃຕ້ການເປັນປະທານຂອງສະຫາຍ ແສງສຸລິຍາ ລັດຖະຈັກ ປະທານກໍາມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຫວາດສະໜາ ເລືອງຈັນທະລາດ ຮອງປະທານສະຫະພັນກຳມະບານແຂວງຄໍາມ່ວນ ແລະ ສະຫາຍ ນາງ ວິໄລຈິດ ທຳມະວົງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ, ແຂກຖືກເຊີນຕະຫຼອດຮອດສະມາຊິກກໍາມະບານເຂົ້າຮ່ວມ.
ໃນພິທີ, ໄດ້ຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2026 ເຊິ່ງໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ພ້ອມທັງບົດຮຽນທີ່ຖອດຖອນໄດ້. ຜ່ານມາ, ຄະນະກຳມະບານ, ອົງການຈັດຕັ້ງ ແລະ ສະມາຊິກກໍາມະບານທຸກຄົນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າຕໍ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ, ເຄົາລົບລະບຽບກົດໝາຍຢ່າງເຂັ້ມງວດ, ປະຕິບັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ ແລະ ເປັນເຈົ້າການໃນການພັດທະນາຕົນເອງລວມທັງກົມກອງໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.
ເພື່ອເປັນການ ຍ້ອງຍໍຊົມເຊີຍ ແລະ ມອບກຳລັງໃຈໃຫ້ແກ່ໝາກຜົນແຫ່ງການສູ້ຊົນໃນໄລຍະຜ່ານມາ, ໃນພິທີໄດ້ມີການມອບໃບຢັ້ງຢືນໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈຳປີ 2026. ພ້ອມດຽວກັນນັ້ນ, ຍັງໄດ້ມີການມອບໃບຍ້ອງຍໍຈາກປະທານສູນກາງສະຫະພັນກໍາມະບານລາວ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນໃນໄລຍະ 5 ປີຜ່ານມາ.
ຈາກນັ້ນ, ພິທີໄດ້ສືບຕໍ່ເປີດຂະບວນການຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2027. ໂດຍຜ່ານທິດທາງແຜນການ, ຄາດໝາຍພື້ນຖານ, ເນື້ອໃນຂໍ້ແຂ່ງຂັນ ແລະ ຈຸດມຸ້ງໝາຍສຳຄັນທີ່ຈະຕ້ອງພ້ອມກັນຈັດຕັ້ງປະຕິບັດ. ບັນດາຜູ້ຕາງໜ້າແຕ່ລະຂະແໜງການ ທີ່ຂຶ້ນກັບຄະນະໂຄສະນາອົບຮົມແຂວງ ໄດ້ພ້ອມກັນຂຶ້ນຈັບມືແຂ່ງຂັນກັນດ້ວຍຄວາມ ບຸກບືນ ແລະ ເປັນເອກະພາບສູງ.
ໂອກາດນີ້, ສະຫາຍ ຫວາດສະໜາ ເລືອງຈັນທະລາດ ກໍ່ໄດ້ ໃຫ້ຄຳໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະນຳ, ອົງການຈັດຕັ້ງ ແລະ ສະມາຊິກກໍາມະບານທຸກສະຫາຍ ຈົ່ງສືບຕໍ່ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ, ເປັນເຈົ້າການສ້າງຜົນງານໃໝ່ໆ, ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງ ແລະ ພ້ອມກັນສຸມທຸກກຳລັງແຮງເຂົ້າໃນການປະຕິບັດຄາດໝາຍຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2027 ໃຫ້ໄດ້ຮັບຜົນສຳເລັດ ແລະ ບັນລຸຕາມຄາດໝາຍແຜນການທີ່ວາງໄວ້ຢ່າງຈົບງາມ.