ປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະ ວັນນັກຮົບເສຍອົງຄະ, ເສຍສະຫຼະຊິວິດເພື່ອປະເທດຊາດ.

ພິທີ ປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 69 ປີ (22 ມີນາ 1955-22 ມີນາ 2024) ແລະ  ລະນຶກມູນເຊື້ອ 21 ມີນາ ວັນນັກຮົບເສຍອົງຄະ, ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024) ຈັດຂຶ້ນໃນວັນທີ 21 ມີນາ 2024 ຢູ່ທີ່ສະໂມສອນໃຫຍ່ຂອງແຂວງ ຄໍາມ່ວນ ໂດຍການເປັນປະທານ ແລະ ປາຖະກະຖາຂອງທ່ານ ພົ.ທ ແສງນວນ ໄຊຍະລາດ ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເປັນກຽດເຂົ້າຮ່ວມຂອງ  ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄໍາມ່ວນ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ກຳລັງປະກອບອາວຸດ, ຕະຫຼອດເຖິງ ພະນັກງານອ້ອມຂ້າງແຂວງເຂົ້າຮ່ວມ.

ທ່ານ ພົ.ທ ແສງນວນ ໄຊຍະລາດ ໄດ້ຍົກໃຫ້ເຫັນມູນເຊື້ອ 21 ມີນາ 1946 ວັນນັກຮົບເສຍອົງຄະ ແລະ ເສຍສະຫລະຊີວິດເພື່ອປະເທດຊາດ ໂດຍສະເພາະແມ່ນສະພາບເຫດການຕໍ່ສູ້ຢ່າງພິລະອາດຫານ ຕ້ານພວກລ່າເມືອງຂຶ້ນ ແລະ ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ ເຊິ່ງບັ້ນຮົບດັ່ງກ່າວແມ່ນໜຶ່ງໃນບັ້ນຮົບທີ່ສຳຄັນໃນລາວ, ມັນບໍ່ແມ່ນພຽງແຕ່ເປັນວັນຄຽດແຄ້ນຂອງປະຊາຊົນລາວ ຕໍ່ພວກຈັກກະພັດລ່າເມືອງຂຶ້ນຜູ້ຮຸກຮານເທົ່ານັ້ນ, ມັນຍັງເປັນວັນສາມັກຄີຕໍ່ສູ້ ລະຫວ່າງ 2 ຊາດ ລາວ-ຫວຽດນາມ ນໍ້າໃຈສູ້ຮົບພິລະອາດຫານບໍ່ຍອມຈຳນົນ ຂອງກອງທັບ ແລະ ປະຊາຊົນຊາວເມືອງທ່າແຂກ, ແຂວງຄຳມ່ວນ; ພ້ອມກັນນັ້ນ ຍັງໄດ້ຍົກໃຫ້ເຫັນເຖິງມູນເຊຶື້ອການກຳເນີດຂອງພັກປະຊາຊົນປະຕິວັດລາວ ແລະ ຄວາມໝາຍສຳຄັນ, ພາລະກິດອັນພົ້ນເດັ່ນຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 69 ປີ ແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດແຕ່ປີ 1975–1985 ແລະ ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ປີ 1986 ຮອດປະຈຸບັນ  ເຊິ່ງເຫັນໄດ້ວ່າປະເທດຊາດໄດ້ຮັບການພັດທະນາ ມີຜົນສໍາເລັດຢ່າງໃຫຍ່ຫຼວງ ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງ. ເພື່ອເປັນການຫວນຄືນມູນເຊື້ອ ແລະ ໄຊຊະນະອັນຍິ່ງໃຫຍ່ຂອງພາລະກິດ ແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກເຮົາ ແນໃສ່ເພີ່ມທະວີການສຶກສາອົບຮົມໃຫ້ສະມາຊິກພັກ-ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າທຸກທົ່ວໜ້າ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງເຖິງນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງປະຊາຊົນບັນດາເຜົ່າ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນລາວ, ເພື່ອພ້ອມກັນນໍາເອົາມູນເຊື້ອ ແລະ ຜົນງານອັນຍິ່ງໃຫຍ່ດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງຂະແໜງການ ແລະ ທ້ອງຖິ່ນໃຫ້ບັນລຸຕາມຄາດໝາຍທີ່ພັກໄດ້ກໍານົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa