ປາຖະກະຖາວັນແມ່ຍິງສາກົນ.

     ວັນທີ 5 ມີນາ 2024 ສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຈັດປາຖະກະຖາເນື່ອງໃນໂອກາດສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 114 ປີ ວັນທີ 8 ມີນາ 1910 ຫາ 8 ມີນາ 2024 ພາຍໃຕ້ຄຳຂວັນ “ລົງທຶນເລັ່ງໃສ່ການພັດທະນາຄວາມກ້າວໜ້າຂອງແມ່ຍິງ” ໂດຍການເປັນປະທານຂອງ ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ແລະມີບັນດາສະມາຊິກແມ່ຍິງເຂົ້າຮ່ວມທັງໝົດ 14 ທ່ານ, ຍິງ 13 ທ່ານ.

ພິທີ ໄດ້ຜ່ານເອກະສານປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນຄົບຮອບ 114 ປີ, ຫຼັງຈາກນັ້ນກໍໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 169/ສຍຂ ລົງວັນທີ 29 ກຸມພາ 2024 ວ່າດ້ວຍການແຕ່ງຕັ້ງ ຄະນະສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ ຄັ້ງທີ IV ເຊິ່ງປະກອບມີ: ສະຫາຍ ນ ລັດດາວອນ ກ້ອນແກ້ວມະນີ ເປັນປະທານສະຫະພັນແມ່ຍິງຮາກຖານຄະນະໂຄສະນາອົບຮົມແຂວງ, ສະຫາຍ ນ ເພັດລຳໄພ ວໍລະຈັກ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນ ຮຸ່ງນະພາ ພົມມະວົງສາ ເປັນກຳມະການ, ຕອນທ້າຍ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ກໍ່ໄດ້ມີຄຳເຫັນເນັ້ນໜັກຫຼາຍບັນຫາເພື່ອໃຫ້ນຳໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນສຳເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa