ພິທິປາຖະກະຖາວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 63 ປີ.

ໃນຕອນເຊົ້າວັນທີ 4 ເມສາ 2024 ທີ່ສະໂມສອນໃຫຍ່ຂອງແຂວງຄຳມ່ວນ ຄະນະໂຄສະນາອົບຮົມແຂວງຮ່ວມກັບກອງບັນຊາການປ້ອງກັນຄວາມສະຫງົບປະຊາຊົນແຂວງ ໄດ້ຈັດພິທິປາຖະກະຖາລະນືກວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ຄົບຮອບ 63 ປີ
(05 ເມສາ 1961-05 ເມສາ 2024)
+ ຈຸດປະສົງ ເພື່ອໂຄສະນາສຶກສາອົບຮົມການເມືອງ-ແນວຄິດໃຫ້ຖັນແຖວກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ມີຄວາມຮັບຮູ້ເຂົ້າໃຈເຊື່ອມຊືມກຳແໜ້ນມູນເຊື້ອແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ພ້ອມທັງຜົນງານ ແລະໄຊຊະນະອັນຍິ່ງໃຫຍ່ຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ.

ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະປາຖະກະຖາຂອງທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຄຳມ່ວນ, ມີບັນດາທ່ານກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ບັນດາທ່ານຫົວໜ້າພະແນກ, ຮອງຫົວໜ້າພະແນກ, ນາຍ ແລະ ພົນທະຫານນາຍ ແລະ ພົນຕຳຫຼວດ, ຕະຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ 444 ທ່ານ, ຍິງ 109 ທ່ານ, ສະມາຊິກພັກ 441 ສະຫາຍ, ຍິງ 100 ສະຫາຍ.
ໃນພິທີ ທ່ານ ວັນໄຊ ພອງສະຫວັນ ໄດ້ເຫລົ່າເຖິງເຫດການໃນ ວັນທີ13-15ສິງຫາ1950 ຢູ່ເຂດທີ່ໝັ້ນປະຕິວັດກອງປະຊຸມໃຫຍ່ແນວລາວຕໍ່ຕ້ານທົ່ວປະເທດໄດ້ໄຂຂຶ້ນຢ່າງເປັນທາງການ, ຊຶ່ງໄດ້ຕົກລົງສ້າງຕັ້ງແນວລາວອິດສະຫຼະ ແລະແຕ່ງຕັ້ງລັດຖະບານລາວຕໍ່ຕ້ານຂຶ້ນ ເຊິ່ງປະກອບກົງຈັກການຈັດຕັ້ງມີ5ກະຊວງ, ໃນນີ້ມີກະຊວງການພາຍໃນໂດຍແມ່ນທ່ານພູມີວົງວິຈິດຮອງນາຍົກລັດຖະມົນຕີ (ຮອງລັດຖະມະຫາເສນາ) ເປັນລັດຖະມົນຕີ (ລັດຖະເສນາ); ໃນເວລານີ້ກະຊວງການພາຍໃນ ມີພາລະບົດບາດ, ໜ້າທີ່ໃນການຄຸ້ມຄອງ, ກໍ່ສ້າງອໍານາດການປົກຄອງທຸກຂັ້ນຂອງການປະຕິວັດ, ຄຸ້ມຄອງປ້ອງກັນບັນດາວຽກງານກິດຈະການພາຍໃນ, ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ໃນກໍາລັງ ແລະເຂດທີ່ໝັ້ນຂອງການປະຕິວັດ; ນີ້ແມ່ນເປັນວຽກໃຈກາງ ແລະເປັນວຽກຈຸດສຸມອັນຮີບດ່ວນກວ່າໝູ່ ຈຶ່ງໄດ້ຮີບຮ້ອນຈັດຕັ້ງຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບວຽກງານການປົກຄອງ ໃຫ້ແກ່ພະນັກງານຂັ້ນສູງຂອງສູນກາງ ແລະທ້ອງຖິ່ນ ຈໍານວນ 3 ຊຸດ, ໄດ້ຈັດຕັ້ງກໍາລັງເຮັດວຽກງານປ້ອງກັນພາຍໃນຢູ່ແຕ່ລະສໍານັກງານ-ອົງການ, ກົມກອງຂອງກໍາລັງການປະຕິວັດ, ຈັດຕັ້ງພະນັກງານຈໍານວນໜຶ່ງເຄື່ອນໄຫວຊອກຮູ້, ເກັບກໍາສະພາບກົນອຸບາຍ ແລະການເຄື່ອນໄຫວຂອງສັດຕູຢູ່ຮາກຖານເຂດທີ່ໝັ້ນປະຕິວັດ ທັງຕັ້ງໜ້າເຄື່ອນໄຫວສຶກສາອົບຮົມ, ໂຄສະນາປຸກລະດົມຂົນຂວາຍປະຊາຊົນໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ ແລະເຂົ້າຮ່ວມໃນຂະບວນການປະຕິວັດ.
ການສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ແມ່ນມີຄວາມໝາຍຄວາມສໍາຄັນທີ່ສຸດ, ມັນແມ່ນເຫດການປະຫວັດສາດໜຶ່ງທີ່ສໍາຄັນຂອງຊາດ, ແມ່ນບາດກ້າວຂະຫຍາຍຕົວຂອງການປະຕິວັດ, ແມ່ນກໍາລັງປະກອບອາວຸດປະຕິວັດໜຶ່ງທີ່ແຫຼມຄົມຂອງພັກ ເພື່ອປົກປັກຮັກສາພັກ-ລັດ ປົກປ້ອງແນວທາງ ແລະປົກປ້ອງອຸດົມການສັງຄົມນິຍົມ.
– ແມ່ນກໍາລັງທີ່ມີການຈັດຕັ້ງນໍາພາ-ບັນຊາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຈາກພັກປະຊາຊົນ ປະຕິວັດລາວ; ມີຄວາມບໍລິສຸດ, ຈົ່ງຮັກພັກດີຕໍ່ປະເທດຊາດ, ຕໍ່ພັກ, ຕໍ່ປະຊາຊົນ ແລະມາຈາກປະ ຊາຊົນ, ໂດຍປະຊາຊົນ, ເພື່ອຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນຢ່າງແທ້ຈິງ.
– ແມ່ນກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວບັນດາເຜົ່າ, ເປັນກໍາລັງຫຼັກແຫຼ່ງໃນການປົກປັກຮັກ ສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະປອດໄພຂອງສັງຄົມ.
ໃນຕອນທ້າຍທ່ານ ວັນໄຊ ພອງສະຫວັນ ຍັງໄດ້ຮຽກຮ້ອງໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປະຊາຊົນ, ສະມາຊິກພັກ-ພະນັກງານຈົ່ງມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນລາວ, ມີຄວາມສາມັກຄີເປັນປຶກແຜ່ນ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທໍາລາຍຂອງສັດຕູ ແລະ ເປັນເຈົ້າການເຂົ້າຮ່ວມໃນການປະຕິ ບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງນໍາເອົາແນວທາງ ແລະຮໍ່າຮຽນເອົາແບບຢ່າງຄຸນ ສົມບັດສິນທຳປະຕິວັດຄຸນງາມຄວາມດີ ບັນດາຜູ້ນຳຮຸ້ນກ່ອນມາໝູນໃຊ້ເຂົ້າໃນຊີວິດ ໜ້າທີ່ວຽກງານຂອງຕົນ ໃຫ້ໄດ້ຮັບປະສິດທິພາບສູງ ແລະເປັນທີເຜິ່ງພາຂອງພໍ່ແມ່ປະຊາຊົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa