ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ.

     ໃນວັນທີ່ 22 ກຸມພາ 2024 ໜ່ວຍພັກຄະນະໂຄສະນາອົບຮົມແຂວງຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ໂດຍການເປັນປະທານຂອງ ສະຫາຍ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາຄະນະພັກ, ສະມາຊິກພັກຂອງຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍຕາງໜ້າຈາກຄະນະໜ່ວຍພັກອ້ອມຂ້າງເຂົ້າຮ່ວມ.

     ໃນພິທີ ຕາງໜ້າຄະນະຈັດຕັ້ງແຂວງກໍໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 44/ຄປຈ, ລົງວັນທີ 22 ມັງກອນ 2024 ວ່າດ້ວຍການອະນຸມັດໃຫ້ ສະຫາຍ ນາງ ທິບພະຈັນ ແສງທິຈັກ ເຂົ້າເປັນສະມາຊິກພັກສຳຮອງ ຂອງພັກປະຊາຊົນປະຕິວັດລາວ ເປັນກຽດມອບໂດຍສະຫາຍ ສົມພົງ ວັນໄພທອງ ເລຂາໜ່ວຍພັກຮາກຖານຄະນະໂຄສະນາອົບຮົມແຂວງ ໂອກາດດຽວກັນກໍໄດ້ມີຄຳເຫັນໂອ້ລົມໃນພິທີ ໃຫ້ບັນດາສະຫາຍສະມາຊິກພັກໃໝ່ຕ້ອງຝຶກຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ເພື່ອໃຫ້ຕົນເອງກາຍເປັນບຸກຄົນດີເດັ່ນໃນຂະບວນການຮັກຊາດ ແລະ ພັດທະນາ, ກາຍເປັນສະມາຊິກພັກທີ່ກຽມຄວາມພ້ອມຮັບໃຊ້ຊາດ, ຮັບໃຊ້ປະຊາຊົນກໍ່ຄືຮັບໃຊ້ໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງມອບໝາຍໃຫ້ໄດ້ຮັບຜົນສຳເລັດສູງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa