ສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຄຳມ່ວນ ປະຈຳປີ 2023 ແລະວາງທິດທາງ ປີ 2024

     ໃນວັນທີ 3 ເມສາ 2024 ຄະນະໂຄສະນາອົບຮົມແຂວງຄຳມ່ວນ ໄດ້ເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ທີ່ຫ້ອງປະຊຸມໃຫຍ່ຊັ້ນສາມຫ້ອງວ່າການແຂວງ ໂດຍເຂົ້າຮ່ວມເປັນປະທານຂອງທ່ານ ວົງເພັດ ຈິດປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ ຜູ້ຊີນຳວຽກງານການເມືອງ-ແນວຄິດ, ວຽກພັກ-ພະນັກງານ ໃຫ້ກຽດກ່າວເປິດກອງປະຊຸມໂດຍ ທ່ານ ສົມພົງ ວັນໄພທອງ ຄະນະກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານ ຄະນະບໍລິຫານງານພັກແຂວງ, ຄະນະພັກຮາກຖານ, ຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ເລຂາ, ຮອງເລຂາ, ຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ 60 ທ່ານ, ຍິງ 22 ທ່ານ, ໃນນັ້ນ, ມາຈາກເມືອງ 18 ທ່ານ, ຍິງ 4 ທ່ານ.

ໃນກອງປະຊຸມ ທ່ານ ບຸນເລີງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງໄດ້ຜ່ານຮ່າງບົດສະຫຼຸບຕີລາຄາວຽກງານໂຄສະນາອົບຮົມ ປະຈຳປີ 2023 ແລະ ວາງທິດທາງໜ້າທີ່ວຽກງານໃນປີ 2024 ເຊິ່ງໃນໄລຍະ 1 ປີ ຜ່ານມາ ຄະນະພັກ, ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ໄດ້ເອົາໃຈໃສ່ຈັດຕັ້ງເຄື່ອນໄຫວຕາມພາລະບົດບາດ,ສິດ ແລະໜ້າທີ່ຂອງຕົນເຮັດວຽກງານການເມືອງ-ແນວຄິດ ໃຫ້ແຕ່ລະເປົ້າໝາຍດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ໂດຍສະເພາະການຈັດຕັ້ງເຜີຍແຜ່-ຄົ້ນຄວ້າ, ເຊື່ອມຊຶມມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V; ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ໄລຍະກາງສະໄໝ ຄັ້ງທີ XI ແລະມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄລຍະກາງສະໄໝທີ X ຕິດພັນກັບການຈັດຕັ້ງຜັນຂະຫຍາຍເນື້ອໃນຜົນສຳເລັດກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງ ໄດ້ທັງໝົດ 110 ຊຸດ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 27,227 ທ່ານ, ຍິງ 11,926 ທ່ານ, ສະມາຊິກພັກ 4,656 ສະຫາຍ, ຍິງ 1,049 ສະຫາຍ. ໂຄສະນາປາຖະກະຖາ ແລະ ປຸກລະດົມ ຊຸກຍູ້ຈັດຕັ້ງປາຖະກະຖາລະນຶກ ວັນສຳຄັນຂອງຊາດ, ຂອງພັກ, ສຶກສາອົບຮົມນຳພາແນວຄິດໃຫ້ບັນດາເປົ້າໝາຍ ແລະ ເຮັດໜ້າທີ່ເປັນເສນາທິການ ຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ແລະ ຂໍ້ມູນຂ່າວສານ , ໄດ້ສະເໜີຄະນະໂຄອົບຮົມສູນກາງພັກ ປັບປຸງຄຸນນະພາບຂອງວາລະສານໂຄສະນາ-ວາລະສານອາລຸນໃໝ່ ແລະ ວຽກງານອື່ນໆ ໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ນອກນັ້ນ ຍັງໄດ້ຍົກໃຫ້ເຫັນບາງດ້ານອ່ອນ, ຂໍ້ຄົງຄ້າງ ພ້ອມທັງສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນ 1 ປີຜ່ານມາ ຂອງບັນດາໜ້າວຽກໃນແຕ່ລະດ້ານປະຈໍາປີ 2023 ລວມເຖິງມາດຕະການຈັດຕັ້ງປະຕິບັດ, ກອງປະຊຸມ ຍັງໄດ້ມີຄຳຖາມເຈາະຈີ້ມ ໃຫ້ບັນດາຜູ້ເຂົ້າຮ່ວມປະກອບຄຳເຫັນໃສ່ຮ່າງບົດສະຫຼຸບ ເພື່ອເຮັດໃຫ້ເນື້ອໃນ ແລະ ວຽກງານໂຄສະນາອົບຮົມໃຫ້ສົມບູນຂື້ນຈາກພະແນກການອ້ອມຂ້າງແຂວງ ແລະ ເມືອງ ທີ່ເຂົ້າຮ່ວມໃນຫົວຂໍ້ຕ່າງໆ ທີ່ໄດ້ກຳນົດໄວ້ໂດຍລົງເລິກການສຶກສາອົບຮົມ ວຽກງານການເມືອງ-ແນວຄິດໃຫ້ແກ່ຖັນແຖວພະນັກງານ, ສະມາຊິກພັກ ແລະປະຊາຊົນ ໃນຄວາມຮັບຜິດຊອບຂັ້ນຂອງຕົນ.
ໃນຕອນທ້າຍກອງປະຊຸມ ທ່ານ ວົງເພັດ ຈິດປັນຍາ ກໍໄດ້ມີຄຳເຫັນໂອ້ລົມ ແລະຮຽກຮ້ອງມາຍັງບັນດາການນຳຂັ້ນແຂວງ ແລະຂັ້ນເມືອງ, ສະມາຊິກພັກ, ພະນັກງານ ຄະນະໂຄສະນາອົບຮົມທຸກຂັ້ນຈົ່ງຍົກສູງຄວາມຮັບຜິດຊອບ ແລະພ້ອມກັນສ້າງຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວ ຕົກລົງເປັນເອກະພາບເອົາບັນດາເນຶ້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຂອງຕົນຮັບຜິດຊອບຢ່າງມີຫົວຄິດປະດິດສ້າງ, ແລະໃຫ້ສຶບຕໍ່ພົວພັນປະສານສົມທົບ, ຍາດແຍ່ງເອົາບົດຮຽນນຳເພື່ອນມິດແຂວງໄກ້ຄຽງຂອງ ສສຫວຽດນາມ ຕາມເງື່ອນໄຂທ່າແຮງ ເພື່ອນຳມາໝູນໃຊ້ເຂົ້າໃນວຽກງານໃຫ້ມີອັນໃໝ່ຕື່ມອີກ, ເຮັດໃຫ້ການປະຕິບັດພາລະບົດບາດຂອງຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ ແລະຜູ້ທີ່ເຮັດວຽກງານການເມືອງແນວຄິດ ໄດ້ຮັບການເຊິດຊູສູງຂື້ນ, ເຮັດໃຫ້ວຽກງານຄະນະໂຄສະນາອົບຮົມຂອງພວກເຮົາໄດ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ແລະກ້າວໄປສູ້ຄຸນນະພາບໃໝ່.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa