ສະຫຼຸບ-ສືບຕໍ່ການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ”

ວັນທີ່ 27 ກຸມພາ 2024 ຄະນະໂຄສະນາອົບຮົມແຂວງຄໍາມ່ວນຈັດພິທີສະຫຼຸບການຈັດຕັ້ງປະຕິບັດວຽກງານຂະບວນການແຂ່ງຂັນ-ຍ້ອງຍໍ ພາຍໃຕ້ຄຳຂວັນ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2023 ແລະ ສືບຕໍ່ເປີດຂະບວນການແຂ່ງຂັນ-ຍ້ອງຍໍ “ຮັກຊາດ ແລະ ພັດທະນາ” ປະຈຳປີ 2024. ໂດຍການເປັນປະທານຂອງ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຄຳມ່ວນ, ເຂົ້າຮ່ວມໂດຍ ທ່ານ ນາງ ແກ້ວດາລີ ຫຼວງໄຊມຸງຄຸນ ຮອງຫົວໜ້າພະແນກພາຍໃນແຂວງ, ມີບັນດາທ່ານຕາງໜ້າຈາກພະແນກການ, ອົງການຈັດຕັ້ງອ້ອມຂ້າງ ແລະ ຫົວໜ້າຂະແໜງ,ຮອງຂະແໜງ ຕະຫຼອດເຖີງພະນັກງານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີກໍໄດ້ຜ່ານຂໍ້ຕົກລົງຂອງເຈົ້າແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ, ຜ່ານບົດສະຫຼຸບຜົນງານການເຄື່ອນໄຫວວຽກງານຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ປະຈຳປີ 2023 ເຊີ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການປະຕິບັດວຽກງານຕົວຈິງໃນໄລຍະ 1 ປີຜ່ານມາ ໃນນີ້ກໍໄດ້ມີການກຳນົດທິດທາງ, ແຜນການ, ໃນການຈັດຕັ້ງປະຕິບັດວຽກງານຂອງຕົນເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານ ສິດ ແລະໜ້າທີ່ຂອງແຕ່ລະຂະແໜງ ການຕີລາຄາຈັດປະເພດສະມາຊິພັກ-ພະນັກງານ, ຄັດເລືອກຜົນງານບຸກຄົນ ແລະ ຂະແໜງການ ເພື່ອເຮັດໃຫ້ການເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈຳປີ 2024 ຂອງຄະນະໂຄສະນາອົບຮົມແຂວງຄຳມ່ວນ ມີຄວາມເປັນເອກະພາບ ແລະໄດ້ຮັບການຈັດຕັ້ງປະຕິບັດເປັນບວນການພົດຟື້ນ, ມີປະສິດທິພາບ, ມີປະສິດທິຜົນສູງ ໃນທຸກດ້ານ ແລະ ເພື່ອຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ແຂ່ງຂັນຂອງແຕ່ລະຂະແໜງໃຫ້ບັນລຸຕາມຈຸດປະສົງທີ່ວາງໄວ້; ໃນໂອກາດດັ່ງກ່າວຕາງໜ້າພະແນກພາຍໃນແຂວງກໍໄດ້ຜ່ານຂໍ້ຕົກລົງ ແລະມອບໃບຍ້ອງຍໍຈາກຂັ້ນເຈົ້າແຂວງຈຳນວນ 28 ທ່ານ, ໃຫ້ກຽດມອບໂດຍ ທ່ານສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຍ້ອງຍໍຂັ້ນຄະນະໂຄສະນາອົບຮົມແຂວງ 1 ທ່ານ, ໃຫ້ກຽດມອບໂດຍ ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະໄດ້ຜ່ານແຜນເປີດຂະບວນການແຂ່ງຂັນຍ້ອງຍໍ “ຮັກຊາດ ແລະພັດທະນາ” ຂອງຄະນະໂຄສະນາອົບຮົມແຂວງ ປະຈຳປີ 2024. ບັນດາຫົວໜ້າ 4 ຂະແໜງການກໍໄດ້ພ້ອມກັນຂຶ້ນຈັບມືເປີດຂະບວນການແຂ່ງຂັນຍ້ອງຍໍ ຮັກຊາດ ແລະພັດທະນາ ປະຈຳປີ 2024.
ໃນເວລາຕໍ່ມາ ທ່ານ ອຸດອນ ສຸດທິລາດ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງກໍໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າຄະນະໂຄສະນາອົບຮົມແຂວງ ສະບັບເລກທີ 48/ຄອຮຂ,ຄມ ລົງວັນທີ 29 ມັງກອນ 2024 ວ່າດ້ວຍການຍົກຍ້າຍ, ສັບປ່ຽນໜ້າທີ່ຂອງພະນັກງານຄະນະໂຄສະນາອົບຮົມແຂວງ ໂດຍຕົກລົງຍົກຍ້າຍໃຫ້:
1. ສະຫາຍ ສົມໄຊ ສີຫາວົງ ວິຊາການຂະແໜງ ສັງລວມ ແລະ ຂໍ້ມູນຂ່າວສານໄປປະຈຳການຢູ່ຂະແໜງອົບຮົມ ເປັນຜູ້ຊ່ວຍວຽກຫົວໜ້າຂະແໜງອົບຮົມ.
2. ສະຫາຍ ອານັນ ສີດາວົງ ວິຊາການ ຂະແໜງສັງລວມ ແລະ ຂໍ້ມູນຂ່າວສານ ເປັນຜູ້ຊ່ວຍວຽກຫົວໜ້າຂະແໜງ ສັງລວມ ແລະຂໍ້ມູນຂ່າວສານ.
3. ສະຫາຍ ນາງລັດດາວອນ ກ້ອນແກ້ວມະນີ ວິຊາການບໍລິຫານຈັດຕັ້ງ-ກວດກາ ເປັນຜູ້ຊ່ວຍຫົວໜ້າຂະແໜງບໍລິຫານ, ຈັດຕັ້ງ-ກວດກາ ລົງເລິກວຽກງານຄົ້ນຄວ້າ-ສັງລວມ, ແລະ ວຽກບໍລິຫານລັດ.
4. ສະຫາຍ ນາງ ຮຸ່ງນະພາ ພົມມະວົງສາ ວິຊາການຂະແໜງອົບຮົມ ໄປປະຈຳການຢູ່ຂະແໜງໂຄສະນາ ປາຖະກະຖາ.
ໃນຕອນທ້າຍທ່ານ ສົມພົງ ວັນໄພທອງ ຍັງໄດ້ໂອ້ລົມ ແລະ ຮຽກຮ້ອງໃຫ້ບັນດາຂະແໜງການ ນຳເອົາເນື້ອໃນຈິດໃຈຂໍ້ແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງຄະນະໂຄສະນາອົບຮົມແຂວງວາງອອກໄປຈັດຕັ້ງຜັນຂະຫຍາຍຕາມທິດທາງແຜນການຂອງຂະແໜງຕົນຕາມພາລະບົດບາດ, ສິດ ແລະ ໜ້າທີ່ ປຸກລະດົມຊຸກຍູ້ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມກະຕືລືລົ້ນ, ຫ້າວຫັນປະກອບສ່ວນ ເພື່ອປະຕິບັດແຜນການດັ່ງກ່າວໃຫ້ມີຜົນສຳເລັດເປັນຢ່າງດີ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa