ເມືອງມະຫາໄຊສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ.

ວັນທີ 29 ກຸມພາ 2024 ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຜູ້ຊີ້ນຳເມືອງມະຫາໄຊ, ໄດ້ເຂົ້າຮ່ວມພິທີໂຮມຊຸມນຸມປະຖະກະຖາວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 65 ປີ ໂດຍການເປັນປະທານຂອງ ທ່ານ ສົມບູນ ແກ້ວວົງສາ, ເລຂາພັກເມືອງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ, ມີບັນດາຄະນະນຳຂັ້ນເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານອາວຸໂສບຳນານ, ກຳລັງປະກອບອາວຸດ, ພະນັກງານຂອງເມືອງເຂົ້າຮ່ວມຢ່າງພ້ອມພຽງ, ໃນພິທີດັ່ງກ່າວ ທ່ານ ພັທ ວັນໄຊ ສີສົມບັດ ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າກອງບັນຊາການທະຫານເມືອງ ຂຶ້ນຜ່ານຄຳສັັ່ງຂອງລັດຖະມົນຕີກະຊວງປ້ອງກັນປະເທດ ກ່ຽວກັບການຈັດຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ, ທ່ານ ພັອ ຄຳມອນ ບຸນໂຈມເຮືອງສີ ປະທານສະຫະພັນນັກຮົບເກົ່າແຂວງ ໄດ້ເລົ່າມູນເຊື້ອວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ75 ປີ ແລະ ວັນສ້າງຕັ້ງກອງບັນຊາການທະຫານແຂວງຄຳມ່ວນ ຄົບຮອບ 65 ປີ. ໃນຕອນທ້າຍຕາງໜ້າການນຳຂອງເມືອງ ທ່ານ ສົມບູນ ແກ້ວວົງສາ ເລຂາພັກເມືອງ, ເຈົ້າເມືອງມະຫາໄຊ ກໍໄດ້ມອບກະຕ່າຂອງຂວັນ ແລະ ຕິບເຂົ້າ ເພື່ອເປັນທີ່ລະນຶກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa