ເມືອງມະຫາໄຊ ປາຖະກະຖາວັນສໍາຄັນຂອງພັກຂອງຊາດ

ໃນວັນທີ 29 ມີນາ 2024 ທີ່ຜ່ານມາຢູ່ທີ່ສະໂມສອນໃຫຍ່ຫ້ອງວ່າການເມືອງມະຫາໄຊ ໄດ້ຈັດພິທີປາຖະຖາວັນສໍາຄັນຂອງພັກຂອງຊາດຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ( 22 ມີນາ 1955- 22 ມີນາ 2024), ວັນເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດ ຄົບຮອບ 78 ປີ (21 ມີນາ 1946-21 ມີນາ 2024), ວັນເກີດປະທານ ຄໍາໄຕ ສີພັນດອນ ຄົບຮອບ 100 ປີ (8 ກຸມພາ 1924-8 ກຸມພາ 2024). ໃຫ້ກຽດເປັນປະທານໂດຍ ທ່ານ ສົມບູນ ແກ້ວວົງສາ ເລຂາພັກເມືອງ ເຈົ້າເມືອງໆມະຫາໄຊ, ມີບັນດາກຳມະການປະຈໍາພັກເມືອງ,ກຳມະການພັກເມືອງ,ຫົວໜ້າ-ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ສະມາຊິກພັກພາຍໃນເມືອງມີ 104 ຄົນ, ຍິງ 34 ຄົນເຂົ້າຮ່ວມ.

ໃນພິທີ ທ່ານ ສົມພິດ ສຸລິຍະວົງ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກກໍ່ສ້າງພັກ-ພະນັກງານ ໄດ້ຂຶ້ນຜັນຂະຫຍາຍມູນເຊື້ອວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ ແລະ ມູນເຊື້ອ 21 ມີນາ ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊິວິດ ເພື່ອປະເທດຊາດ ຄົບຮອບ 78 ປີ ພັກກຳເນີດຂື້ນໃນເງື່ອນໄຂທີ່ປະເທດເຮົາກໍ່ຄື 3 ຊາດ ອິນດູຈີນ: ລາວ, ຫວຽດນາມ ແລະ ກຳປູເຈຍ ຕົກເປັນຫົວເມືອງຂື້ນຂອງພວກຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ ດ້ວຍນ້ຳໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລ່າເມືອງຂຶ້ນຜູ້ຮຸກຮານປະຊາຊົນ 3 ຊາດອິນດູຈີນຈຶ່ງໄດ້ລຸກຮືຂື້ນຕໍ່ສູ້ຈົນກາຍເປັນກະແສຟອງທີ່ຟົດເດືອດ. ພາຍໃຕ້ການນຳພາຂອງພັກຂະບວນການຕໍ່ສູ້ຂອງປະຊາຊົນລາວກໍ່ສາມາດຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ຈົນສາມາດຢຶດອຳນາດການປົກຄອງ ໃນວັນທີ 23 ສິງຫາ 1945 ແລະ ໄດ້ປະກາດເອກະລາດໃນວັນທີ 12 ຕຸລາ 1945, ໄລຍະແຕ່ປີ 1973 – 1975 ເປັນໄລຍະຕໍ່ສູ້ເພື່ອສໍາເລັດການປະຕິວັດຊາດ-ປະຊາທິປະໄຕໃນທົ່ວປະເທດ.
ຫຼັງຈາກນັ້ນ ທ່ານ ສົມບູນ ແກ້ວວົງສາ ເລຂາພັກເມືອງ ເຈົ້າເມືອງໆມະຫາໄຊ ໄດ້ຂື້ນເລົ່າປະຫວັດການເຄື່ອນໄຫວທ່ານ ຄໍາໄຕ ສີພັນດອນ ແມ່ນຜູ້ໜຶ່ງໃນບັນດາຜູ້ນໍາຮຸ່ນກໍ່ຕັ້ງຂະບວນການ ແລະ ບຸກເບິກເສັ້ນທາງປະຕິວັດຢູ່ປະເທດເຮົາ, ເຊິ່ງຍາມໃດກໍ່ໜັກແໜ້ນຕໍ່ດ້ານການເມືອງ, ສະຕິຕໍ່ການຈັດຕັ້ງ,ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ໄດ້ຮັບການມອບໝາຍ, ເລີ່ມຈາກພະນັກງານທໍາມະດາ ເປັນຜູ້ຊີ້ນໍາ ແລະ ນໍາພາຂະບວນການຕໍ່ສູ້ປົດປ່ອຍຊາດ ຄຽງບ່າຄຽງໄຫຼ່ກັບປະທານໄກສອນພົມວິຫານ, ປະທານສຸພານຸວົງ ແລະ ຜູ້ນໍາອື່ນໆ ຂອງແນວລາວຮັກຊາດໄດ້ຮັບໄຊຊະນະ, ສະຖາປະນາ ສາທາລະນະລັດປະຊາທິປະໄຕປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ແລະ ໄດ້ປະກອບສ່ວນຄົ້ນຄວ້າ ແລະ ກໍານົດທິດທາງຍຸດທະສາດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມທັງແນວທາງປ່ຽນແປງໃໝ່ອອກຢາກຖືກຕ້ອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa