ແຂວງຄຳມ່ວນເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານສັງລວມ-ຫາງສຽງສັງຄົມ.

     ຄະນະໂຄສະນາອົບຮົມແຂວງຄຳມ່ວນເປີດຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານສັງລວມ-ຫາງສຽງສັງຄົມ ຢູ່ຂັ້ນແຂວງ ປີ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ, ໂດຍການເປັນປະທານຂອງ ທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານຜູ້ທີ່ເຮັດວຽກງານສັງລວມ-ຫາງສຽງສັງຄົມເຂົ້າຮ່ວມຝຶກອົບຮົມ.

ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມການຝຶກອົບຮົມມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບບັນຫາພື້ນຖານຂອງວຽກງານຫາງສຽງສັງຄົມໂດຍສະເພາະແມ່ນຫຼັກການ, ທິດນຳ, ພາລະບົດບາດ, ສາມາດຈຳແນກຄວາມແຕກຕ່າງລະຫວ່າງຫາງສຽງສັງຄົມກັບຂ່າວລື, ຮັບຮູ້ບົດບາດ ແລະ ຄວາມສຳຄັນຂອງຫາງສຽງສັງຄົມຕໍ່ກັບວຽກງານການເມືອງ-ແນວຄິດ ແລະ ຮູ້ໄດ້ບົດບາດເປັນເສນາທິການຊ່ວຍຄະນະພັກ-ຄະນະນຳຂັ້ນຕົນ, ຕິດຕາມເກັບກຳສະພາບແນວຄິດ-ຫາງສຽງສັງຄົມ, ນຳພາແນວຄິດຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ໃຫ້ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກລັດຢ່າງຕາຍໃຈ, ໂດຍປະຕິບັດຕາມໂຄງການຫຼັກສູດຂອງຄະນະໂຄສະນາອົບຮົມສູນກາງພັກ ສຳລັບເອກະສານທີ່ໃຊ້ເຂົ້າໃນການຝຶກອົບຮົມມີ 4 ບົດຄື: ບົດທີ 1 ບັນຫາພື້ນຖານກ່ຽວກັບວຽກງານຫາງສຽງສັງຄົມ, ບົດທີ 2 ວິທີການເກັບກຳ ແລະ ການນຳໃຊ້ຫາງສຽງສັງຄົມ ເຂົ້າໃນວຽກງານການເມືອງ-ແນວຄິດ, ບົດທີ 3 ຕາງໜ່າງເພື່ອນຮ່ວມງານ, ບົດທີ 4 ວຽກງານຄົ້ນຄວ້າ-ສັງລວມ. ຊຸດຝຶກອົບຮົມຄັ້ງນີ້ແມ່ນຈະໄດ້ດຳເນີນໄປເປັນເວລາ 2 ວັນ ເຊິ່ງເລີ່ມແຕ່ວັນທີ 14-15 ກຸມພາ 2024.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa