ຊຸດຝຶກອົບຮົມຄວາມຮູ້ພື້ນຖານວຽກງານສັງລວມ-ຫາງສຽງສັງຄົມ ຢູ່ຂັ້ນແຂວງ ປະຈຳປີ 2024 ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການແຂວງ ໄດ້ປິດລົງໃນຕອນເຊົ້າຂອງວັນທີ 15 ກຸມພາ 2024 ໂດຍການເປັນປະທານຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ເຂົ້າຮ່ວມຂອງທ່ານ ສົມພົງ ວັນໄພທອງ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າພະແນກ ແລະ ພະນັກງານຜູ້ທີ່ເຮັດວຽກງານສັງລວມ-ຫາງສຽງສັງຄົມເຂົ້າຮ່ວມຝຶກອົບຮົມ 55 ທ່ານ, ຍິງ 21 ທ່ານ.

ໂດຍປະຕິບັດຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບເກັບກໍາສະພາບແນວຄິດ-ຫາງສຽງສັງຄົມຢູ່ຂັ້ນແຂວງ, ພາຍຫຼັງສຳເລັດການບັນລະຍາຍເອກະສານແລ້ວກໍ່ໄດ້ມີການຄົ້ນຄວ້າປະກອບຄຳເຫັນແລກປ່ຽນບົດຮຽນເພື່ອກຳໄດ້ເນື້ອໃນເລິກເຊິ່ງ ແລະຍົກໃຫ້ເຫັນຫຼາຍບັນຫາ ທີ່ເກີດຂື້ນໃນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ຈາກນັ້ນ ທ່ານ ບຸນເລິງ ເລີດບຸນຊູ ຮອງຫົວໜ້າຄະນະໂຄສະນາອົບແຂວງ ກໍ່ໄດ້ຜ່ານຂໍ້ຕົກລົງມອບໃບຢັ້ງຢືນເພື່ອເປັນບ່ອນອີງ, ເປັນກຽດມອບໂດຍທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ແລະ ໄດ້ມີຄຳເຫັນໂອ້ລົມຕໍ່ນັກຝຶກອົບຮົມໃຫ້ເອົາໃຈໃສ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດ, ສືບຕໍ່ກຳແໜ້ນກ່ຽວກັບທິດນຳຂອງພັກ-ລັດ, ເອກະພາບເປັນເຈົ້າການຈັດຕັ້ງປະຕິບັດແນວທາງນະໂຍບາບຂອງພັກ, ລະບຽບກົດໝາຍຂອງລັດ, ໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈ, ເພື່ອວິເຄາະ, ວິໄຈ, ໄຈ້ແຍກອັນໃດຂ່າວລື, ອັນໃດຫາງສຽງ, ເພີ້ມທະວີຄວາມຮັບຜິດຊອບກ່ຽວກັບການເກັບກຳ, ສັງລວມ ບັນຫາຫາງສຽງສັງຄົມອັນພົ້ນເດັ່ນ ທີ່ສ້າງຄວາມສົນໃຈໃຫ້ແກ່ສັງຄົມ, ສືບຕໍ່ຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງສັງຄົມທັງດ້ານດີ ແລະ ດ້ານຫຍໍ້ທໍ້ ເພື່ອເປັນຂໍ້ມູນສ່ອງແສງລາຍງານໃຫ້ຂັ້ນເທິງໃນການຄົ້ນຄວ້າທິດທາງ ມາດຕະການແກ້ໄຂໃຫ້ສອດຄ່ອງ, ທັນເວລາ ທັງເປັນການປຸກລະດົມທົ່ວສັງຄົມເຂົ້າຮ່ວມໃນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດທີ່ວາງອອກໃນແຕ່ລະໄລຍະໃຫ້ມີຜົນສໍາເລັດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa